(vovworld) - ວັນທີ 24/07, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳສິງກະໂປ ໄດ້ສືບຕໍ່ເຮັດວຽກກັບການນຳຂັ້ນສູງອົງການຄຸ້ມຄອງດ່ານຊາຍແດນ ແລະ ແຈ້ງເຂົ້າເມືອງສິງກະໂປ (ICA) ແລະ ສະເໜີໃຫ້ການນຳດ່ານຊາຍແດນຢູ່ສະໜາມບິນ Changi ເຮັດແຈ້ງບາງຂ່າວຄາວທີ່ວ່າ ມີພົນລະເມືອງຫວຽດນາມ ຈຳນວນໜຶ່ງຖືກປະຕິເສດເຂົ້າເມືອງສິງກະໂປ. ຕາມທ່ານນາງ ຫງວຽນມິງຮັ່ງ, ທີ່ປຶກສາສະຖານທູດຫວຽດນາມ ປະຈຳສິງກະໂປ ແລ້ວ, ຝ່າຍ ICA ຢືນຢັນນະໂຍບາຍຂອງສິງກະໂປ ແມ່ນຊົມເຊີຍພົນລະເມືອງບັນດາປະເທດ, ໃນນັ້ນມີພົນລະເມືອງຫວຽດນາມ ມາທ່ອງທ່ຽວຢູ່ສິງກະໂປ. ສິງກະໂປ ບໍ່ນຳໃຊ້ບໍ່ວ່າຮູບການໃດ ຫຼືື ມາດຕະການຈຳແນກປະພຶດຕໍ່ໃດສຳລັບພົນລະເມືອງຫວຽດນາມ.
ຜູ້ຕາງນ້າສະຖານທູດຫວຽດນາມ ໄດ້ສະເໜີໃຫ້ ICA ໜູນຊ່ວຍ ແລະ ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ພົນລະເມືອງຫວຽດນາມ ເຂົ້າເມືອງສິງກະໂປ ຢ່າງວ່ອງໄວ ແລະ ສະດວກ, ເໝາະສົມກັບຂອບເຂດການພົວພັນອັນດີງາມລະຫວ່າງ 2 ປະເທດ. ທີ່ການເຮັດວຽກ, ຜູ້ຕາງໜ້າ ICA ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີດັ່ງກ່າວ ແລະ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການແລກປ່ຽນຂໍ້ມູນ, ສົມທົບກັບສະຖານທູດຫວຽດນາມ ແລະ ບັນດາບໍລິສັດການບິນລະຫວ່າງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອສ້າງເງື່ອນໄຂສະດວກກວ່າໃຫ້ພົນລະເມືອງຫວຽດນາມ ເຂົ້າເມືອງສິງກະໂປ.