ສິງກະໂປ ແລະ ອິນເດຍ ຍູ້ແຮງການຮ່ວມມືປອ້ງກັນຊາດ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen
ແລະ ຄູ່ຕຳແໜ່ງປະເທດ ເຈົ້າພາບ Arun Jaitly
(ພາບ: vietnamplus.vn)
(vovworld)- ໃນຂອບເຂດການຢ້ຽມຢາມ ອິນເດຍເປັນເວລາ 3 ວັນ, ຕອນບ່າຍ ວັນທີ 19/8, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen ໄດ້ເຈລະຈາ ກັບ ຄູ່ຕຳແໜ່ງປະເທດ ເຈົ້າພາບ Arun Jaitly. ລັດຖະມົນຕີປ້ອງກັນປະເທດ 2 ທ່ານລ້ວນແຕ່ເຫັນດີນຳກັນວ່າ ນີ້ແມ່ນ “ ຈຸດເວລາທີ່ດີ ” ເພື່ອຊຸກຍູ້ການພົວພັນປ້ອງກັນຊາດ ລະຫວ່າງ 2 ປະເທດ. ການຊຸກຍູ້ການພົວພັນປ້ອງກັນຊາດ 2 ຝ່າຍອາດຈະບັນລຸ້ໄດ້ໃນຂອບເຂດການພົວພັນຄູ່ຮ່ວມມື ທີ່ໄດ້ຮັບການປັບປຸງລະຫວ່າງ 2 ປະເທດ ແລະ ສິ່ງດັ່ງກ່າວ ຈະເຮັດໃຫ້ການພົວພັນປ້ອງກັນຊາດເລິກເຊິ່ງກ່ວາອີກ ແລະ ອະນຸຍາດໃຫ້ 2 ຝ່າຍຊອກຫາບັນດາຂົງເຂດຮ່ວມມືໃໝ່ ເພື່ອຜົນປະໂຫຍດລວມ.
ໃນສະພາບການທີ່ ອິນເດຍ ແລະ ສິງກະໂປ ຈະສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2015. ລັດຖະມົນຕີ 2 ທ່ານກໍ່ຢັ້ງຢືນຄືນໃໝ່ການພົວພັນປ້ອງກັນຊາດ 2 ຝ່າຍມິດຕະພາບ ແລະ ຍາວນານ ລະຫວ່າງ 2 ປະເທດ.