ສູນກາງສະມາຄົມນັກສຶກສາຫວຽດນາມ ຈັດກອງປະຊຸມໂດຍກົງ ກັບນັກສຶກສາຫວຽດນາມ ພວມຮໍ່າຮຽນຢູ່ຕ່າງປະເທດ

ສູນກາງສະມາຄົມນັກສຶກສາຫວຽດນາມ ຈັດກອງປະຊຸມໂດຍກົງ ກັບນັກສຶກສາຫວຽດນາມ ພວມຮໍ່າຮຽນຢູ່ຕ່າງປະເທດ - ảnh 1
(ພາບປະກອບ)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ນັກ​ສຶກສາ​ຫວຽດນາມ ທີ່ພວມຮໍ່າຮຽນ​ຢູ່​ຕ່າງປະ​ເທດ ກັບ​ປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014”, ກອງປະຊຸມໂດຍ​ກົງ​ຜ່ານ​ເຄືອຂ່າຍ​ອີນ​ເຕີ​ແນ​ດຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 12/04 ຢູ່​ຮ່າ​ໂນ້ຍ, ​​ໄດ້​ສຸມ​ໃສ່​ບັນດາ​ບັນຫາ​ສຳຄັນ ​ເຊິ່ງນັກ​ສຶກສາ​ຫວຽດນາມ ທີ່ພວມຮໍ່າຮຽນ​ຢູ່​ຕ່າງປະ​ເທດມີຄວາມ​ສົນ​ໃຈ. ບັນດາ​ຜູ້​ແທນ​ພ້ອມ​ກັນ​ເຮັດ​ແຈ້ງ​ບົດບາດ​ຂອງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ທີ່ພວມຮໍ່າຮຽນ​ຢູ່​ຕ່າງປະ​ເທດ ​ໃນ​ການ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​​ຮໍ່າຮຽນ ກໍ່​ຄື​ການດຳລົງ​ຊີວິດ​ໃຫ້​ນັກ​ສຶກສາ​ຫວຽດນາມ ຢູ່​ປະ​ເທດປະຈຳ​ຖິ່ນ. ພ້ອມ​ທັງ​ແບ່ງປັນ​ບົດຮຽນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ​ຢູ່​ຕ່າງປະ​ເທດ, ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຂອງ​ນັກ​ສຶກສາ​ຫວຽດ​ນາມ ພວມຮໍ່າຮຽນ​ຢູ່​ຕ່າງປະ​ເທດມຸ່ງ​ໄປ​ສູ່​ບ້ານ​ເກືອ​ເມືອງ​ນອນ. ບັນດາ​ນັກ​ສຶກສາ​ຫວຽດນາມ ພວມຮໍ່າຮຽນ​ຢູ່​ຕ່າງປະ​ເທດຖື​ວ່າ ​ເພື່ອ​ໃຫ້​ຂະ​ບວນການ​ອາສາ​ສະໝັກ​ບັນລຸ​ປະສິດທິ​ຜົນ​ສູງ, ບັນດາ​ສະມາຄົມ​ນັກ​ສຶກສາ ຕ້ອງ​ສ້າງ​ລາຍການ​ເຄື່ອນ​ໄຫວ​ດ້ວຍ​ເນື້ອ​ໃນ​ແທດ​ຈິງ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ສູນ​ກາງ​ສະມາຄົມ​ນັກ​ສຶກສາ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ມີ​ກົນ​ໄກ, ນະ​​ໂຍບາຍຕ່າງໆ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ນັກ​ສຶກສາ​ຫວຽດນາມ ພາຍຫຼັງຮຽນ​ຈົບຢູ່​ຕ່າງປະ​ເທດ​​ໄດ້ອຸທິດ​ສ່ວນ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ