ສິນຄ້າຫວຽດນາມເພີ່ມທະວີການແຊກຊຶມເຂົ້າຕະຫຼາດສ.ເກົາຫຼີ

(VOVWORLD) -ວັນທີ 24 ຕຸລາ, ຢູ່ເຊີອຸ່ນ, ຄະນະວິສາຫະກິດຫວຽດນາມ, ກົມຕະຫຼາດອາຊີ - ອາຟະລິກາ ຂຶ້ນກັບກະຊວງອຸດສາຫະກຳການຄ້າ, ອົງການການຄ້າຫວຽດນາມ ປະຈຳສ.ເກົາຫຼີ ແລະ ສະຫະສະມາຄົມບັນດານັກນຳເຂົ້າສ.ເກົາຫຼີ (KOIMA), ໄດ້ຈັດຕັ້ງກອງປະຊຸມແລກປ່ຽນການຄ້າ ເພື່ອແນໃສ່ນຳສິນຄ້າຫວຽດນາມ ແຊກຊຶມເຂົ້າຕະຫຼາດສ.ເກົາຫຼີ ຫຼາຍກວ່າອີກ.

ສິນຄ້າຫວຽດນາມເພີ່ມທະວີການແຊກຊຶມເຂົ້າຕະຫຼາດສ.ເກົາຫຼີ - ảnh 1 ກອງປະຊຸມແລກປ່ຽນການຄ້າ

(ພາບ: TTXVN)

ຕາມການຕີລາຄາຂອງບັນດາວິສາຫະກິດສ.ເກົາຫຼີ ແລ້ວ, ບັນດາປະເພດສິນຄ້າຂອງຫວຽດນາມ ເລີ່ມມີການປ່ຽນແປງກ່ຽວກັບຮູບການອອກແບບຖົງຫຸ້ມຫໍ່ໃຫ້ເໝາະສົມກວ່າສຳລັບຕະຫຼາດສ.ເກົາຫຼີ ແລະ ມີລາຄາຈ່າວຂາຍແກ່ງແຍ້ງພໍສົມຄວນເມື່ອທຽບໃສ່ບັນດາຜະລິດຕະພັນຂອງບາງປະເທດອາຊີ. ນີ້ແມ່ນບັນດາປັດໃຈສຳຄັນເພື່ອຍູ້ແຮງການສົ່ງອອກສິນຄ້າຫວຽດນາມ ເຂົ້າຕະຫຼາດສ.ເກົາຫຼີ ໃນໄລຍະຈະມາເຖິງ, ປະກອບສ່ວນນຳວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 70 ຕື້ USD ໃນປີ 2020, ຊ່ວຍຫຼຸດຜ່ອນລະດັບຂາດດຸນການຄ້າ ແລະ ນຳບັນດາຜະລິດຕະພັນກະເສດ, ສິນໃນນ້ຳປຸງແຕ່ງໄປຍັງສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ