(vovworld) – ທ່ານປະທານາທິບໍດີ ອາເມລິກາ Barack Obama ແລະ ທ່ານປະທານປະເທດ ຈີນ ສຶຈິ້ນຜິງ ໄດ້ສິ້ນສຸດການພົບປະຂັ້ນສຸດຍອດດ້ວຍເລື່ອງຮັບຮູ້ວ່າ: ເຖິງວ່າຍັງມີຄວາມບໍ່ລົງລອຍກັນໃນຂົງເຂດຈຳນວນໜຶ່ງກໍ່ຕາມ, ແຕ່ 2 ປະເທດເຫັນດີເພີ່ມທະວີການຮ່ວມມືແນໃສ່ສ້າງ “ສາຍພົວພັນລະຫວ່າງປະເທດມະຫາອຳນາດແບບໃໝ່”. ກ່າວຄຳເຫັນໃນການປະຊຸມຂ່າວຮ່ວມເມື່ອສິ້ນສຸດການເຈລະຈາເປັນເວລາ 2 ວັນ (7 – 8/6), ທ່ານປະທານາທິບໍດີ Obama ຖືວ່າ: ຈີນສືບຕໍ່ເສັ້ນທາງສຳເລັດຜົນແມ່ນມີຜົນປະໂຫຍດໃຫ້ແກ່ ອາເມລິກາ ເພາະວ່າ ປະເທດ ຈີນ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ “ບໍ່ພຽງແຕ່ແມ່ນເລື່ອງດີສຳລັບ ປະຊາຊົນ ຈີນ ເທົ່ານັ້ນຫາກຍັງແມ່ນເລື່ອງດີສຳລັບທັງ ອາເມລິກາ ແລະ ໂລກ ອີກດ້ວຍ”. ທ່ານປະທານປະເທດ ຈີນ ສຶຈິ້ນຜິງ ໃຫ້ຮູ້ວ່າ: ການພົບປະຢູ່ California ໃນເວລາ 2 ມື້ຜ່ານມາແມ່ນເພື່ອກຳນົດທິດໃຫ້ແກ່ອະນາຄົດຂອງການພົວພັນ ຈີນ - ອາເມລິກາ ແລະ ສ້າງແຜນການເພື່ອແນໃສ່ພັດທະນາສາຍພົວພັນນີ້. ກ່ຽວກັບຮູບແບບການພົວພັນ, ທ່ານປະທານປະເທດ ສຶຈິ້ນຜິງ ໃຫ້ຮູ້ວ່າ: ທ່ານ ແລະ ທ່ານປະທານາທິບໍດີ Obama ໄດ້ເຫັນດີເປັນເອກະສັນຖືວ່າ: ໃນໄລຍະຫັນເປັນໂລກາພະວັດ ແລະ ຕໍ່ໜ້າຄວາມຮຽກຮ້ອງໂດຍພາວະວິໄສຂອງແຕ່ລະປະເທດ, ອາເມລິກາ ແລະ ຈີນ ຄວນຮ່ວມມືຢ່າງແໜ້ນແຟ້ນເພື່ອແກ້ໄຂບັນດາການທ້າທາຍ ແລະ ຄວາມຫຍຸ້ງຍາກລວມ. ທ່ານປະທານປະເທດ ສຶຈິ້ນຜິງແລະ ທ່ານປະທານາທິບໍດີ Obama ໄດ້ເຫັນດີເປັນເອກະສັນຈະເປີດກ້ວາງບັນດາການຢ້ຽມຢາມຂອງຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການພົວພັນແລກປ່ຽນ ປະຊາຊົນ ແລະ ຮັກສາການຕິດຕໍ່ພົວພັນເປັນປະຈຳ, ຊຸກຍູ້ບັນດາການໂອ້ລົມສົນທະນາກ່ຽວກັບຍຸດທະສາດ ແລະ ເສດຖະກິດ. ສ່ວນທ່ານປະທານາທິບໍດີ Obama ໃຫ້ຮູ້ວ່າ: 2 ຝ່າຍກໍ່ເຫັນດີເປັນເອກະສັນເພີ່ມທະວີບັນດາການຢ້ຽມຢາມເພື່ອຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ, ສິ່ງແວດລ້ອມ, ສົມທົບບັນດານະໂຍບາຍເສດຖະກິດມະຫາພາກ ແລະ ຮ່ວມມືແກ້ໄຂບັນດາການທ້າທາຍທີ່ບໍ່ເຄີຍມີມາກ່ອນ, ຂ້າມຊາດ. ກ່ຽວກັບບັນຫາຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດ, ທ່ານປະທານາທິບໍດີ Obama ໃຫ້ຮູ້ວ່າ: 2 ຝ່າຍເຫັນດີເປັນເອກະສັນຖືວ່ານີ້ແມ່ນບັນຫາໜຶ່ງທີ່ນັບມື້ນັບສຳຄັນໃນການພົວພັນ 2 ຝ່າຍ, ໃນເດືອນ 7 ຈະມາເຖິງ, ກຸ່ມເຮັດວຽກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດເຊິ່ງ 2 ຝ່າຍເຫັນດີສ້າງຕັ້ງຈະຈັດກອງປະຊຸມຄັ້ງທຳອິດ.