ສູນເຂດຮ້ອນ ຫວຽດນາມ ລັດເຊຍ
ສູນເຂດຮ້ອນ ຫວຽດນາມ ລັດເຊຍ
ພາບປະກອບ: internet
|
(vov) - ຕອນບ່າຍວັນທີ 14/3 ຢູ່ ນະຄອນຫລວງ ມົດສະກູ ສະຫະພັນລັດເຊຍ, ສະພາວິທະຍາສາດ ສູນເຂດຮ້ອນ ຫວຽດນາມ ລັດເຊຍໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດເນື່ອງໃນໂອກາດລະນຶກ 25 ປີ ແຫ່ງວັນລົງນາມໃນສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ໂຊວຽດເກົ່າ ປະຈຸບັນແມ່ນສະຫະພັນລັດເຊຍ ກ່ຽວກັບການສ້າງຕັ້ງສູນເຂດຮ້ອນຫວຽດນາມ ລັດເຊຍ ຢູ່ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈີນຫວຽດແທນ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊີ້ແຈງວ່າ: ລັດຖະບານຫວຽດນາມ ຕີລາຄາສູງໝາກຜົນແຫ່ງການເຄື່ອນໄຫວຂອງສູນດັ່ງກ່າວໃນໄລຍະຜ່ານມາ, ຖືວ່ານີ້ແມ່ນສັນຍາລັກທີ່ພົ້ນເດັ່ນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງບັນດານັກວິທະຍາສາດສອງປະເທດ. ທ່ານ ຈີ້ງກວັກແຄນ, ພົນຈັດຕະວາ, ສະມາຊິກສະພາມະຫາບັນດີດ, ຜູ້ອຳນວຍການໃຫຍ່ສູນເຂດຮ້ອນ ຫວຽດນາມ ລັດເຊຍ ໃຫ້ຮູ້ວ່າ:
“ໃນໄລຍະຈະມາເຖິງ, ຍ້ອນຄວາມຮຽກຮ້ອງຕ້ອງການພັດທະນາຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດ, ຄວນມີການລົງທຶນຫລາຍກວ່າ, ສ້າງກຳລັງແຮງດ້ານວິທະຍາສາດ, ການບຳລຸງສ້າງພະນັກງານ. ບົນພື້ນຖານທີ່ບັນລຸໄດ້ ຄວນເປີດກວ້າງຂົງເຂດຄົ້ນຄ້ວາຜ່ານບົດຮຽນທີ່ບັນລຸໄດ້ເພື່ອຂຸດຄົ້ນການເຄື່ອນໄຫວຂອງສູນດັ່ງກ່າວຢ່າງມີປະສິດທິຜົນ.”
ນັກຂ່າວ vov ປະຈຳລັດເຊຍ.