ສືບຕໍ່ບັນດາການເຄື່ອນໄຫວອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ
ສືບຕໍ່ບັນດາການເຄື່ອນໄຫວອາໄລຫາຜູ້ປະສົບເຄາະຮ້າຍ
ໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ
(ພາບປະກອບ: nhandan)
(vovworld) – ວັນທີ 10/01, ມີປະຊາຊົນປາຣີ ແລະ ບັນດາເຂດໃກ້ຄຽງຂອງຝລັ່ງ ນັບໝື່ນຄົນ ໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງສາທາລະນະ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດຄາດຕະກຳຢູ່ສຳນັກງານໜັງສືພິມ Charlie Hebdo ແລະ ບຸກໂຈມຕີຮ້ານຊັບພະສິນຄ້າຂອງຊາວຢິວ ກ່ອນນີ້ 1 ປີ. ເຫດການກໍ່ແມ່ນຂີດໝາຍ 1 ປີຂອງການແຫ່ຂະບວນປະຫວັດສາດຂອງປະຊາຊົນ 1 ລ້ານຄົນ ແລະ ປະມຸກລັດ 50 ປະເທດ, ນາຍົກລັດຖະມົນຕີ ແລະ ບັນດາການນຳຂັ້ນສູງທີ່ມາຈາກທຸກປະເທດໃນໂລກຢູ່ປາຣີ, ເພື່ອສະແດງໃຫ້ເຫັນຄວາມສາມັກຄີ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບປະເທດຝລັ່ງ ໃນການບຸກໂຈມຕີຕ້ານກໍ່ການຮ້າຍ. ຜູ້ເຂົ້າຮ່ວມໄດ້ສະຫງວນເວລາ 1 ນາທີເພື່ອກົ້ນຫົວໄວ້ອາໄລຫາບັນດາຜູ້ປະສົບເຄາະຮ້າຍ. ໃນຈຳນວນຜູ້ເຂົ້າຮ່ວມເຫດການຄັ້ງນີ້ມີທ່ານປະທານາທິບໍດີຝລັ່ງ Francois Hollande. ເດີນທາງອອກຈາກສະໜາມຫຼວງສາທາລະນະ, ປະທານາທິບໍດີຝລັ່ງ ໄດ້ໄປຢ້ຽມຢາມໂບດໃຫຍ່ຂອງຊາວມຸດສະລິມ ຢູ່ນະຄອນຫຼວງປາຣີ.