ທ່ານ ຫງວຽນທ້ຽນເຍີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 5 ປີແຫ່ງວັນ
ສ້າງຕັ້ງໂທລະພາບຂອງສຳນັກຂ່າວສານ ຫວຽດນາມ
(vovworld) – ສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່. ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນໜັກຄືດັ່ງກ່າວ ທີ່ພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງໂທລະພາບຂອງສຳນັກຂ່າວສານ ຫວຽດນາມ (25/8/2010 – 25/8/2015). ທ່ານ ຫງວຽນທ້ຽນເຍີນ ເຫັນດີຕໍ່ທິດນຳຂອງໂທລະພາບສຳນັກຂ່າວສານແມ່ນ ຊັດເຈນ, ທັນການ, ທຸກແຫ່ງ, ທຸກເວລາ, ໃນນັ້ນ ຕ້ອງຖືປັດໃຈວັດທະນະທຳມະນຸດເປັນສຳຄັນ ເພື່ອຮັບໃຊ້ປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າໃນໄລຍະຈະມາເຖິງ, ໂທລະພາບສຳນັກຂ່າວສານສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ສ້າງເປັນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ພ້ອມທັງ ເພີ່ມທະວີ, ຍົກສູງຄຸນນະພາບວຽກງານໂຄສະນາ, ສື່ສານກັບຕ່າງປະເທດ ເພື່ອປະຊາຊົນໂລກ, ເພື່ອນມິດສາກົນເຂົ້າໃຈແຈ້ງທິດທາງ, ນະໂຍບາຍຂອງພັກ, ລັດ, ບັນດາຜົນງານໃນພາລະກິດປ່ຽນໃໝ່, ໂຄສະນາເຜີຍແຜ່ພາບພົດປະເທດຊາດ ແລະ ຊາວ ຫວຽດນາມ.