ສືບຕໍ່ເກີດການວາງລະເບີດຢູ່ຕວກກີ,ມີ10ຄົນຖືກເສຍຊີວິດແລະຮັບບາດເຈັບ
ພາບປະກອບ
(vovworld) – ສຳນັກຂ່າວສານ Anadolu ໄດ້ໃຫ້ຂ່າວໃນວັນທີ 18/8 ວ່າ, ຢ່າງໜ້ອຍສຸດມີທະຫານຕວກກີ 3 ຄົນ ແລະ ພາລະກອນປ້ອງກັນຄວາມສະຫງົບທ້ອງຖິ່ນ ຄົນໜຶ່ງເສຍຊີວິດ ໃນເຫດບຸກໂຈມຕີແນໃສ່ຂະບວນລົດການທະຫານຢູ່ເທດສະບານ Bitlis, ທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດນີ້. ຕາມສຳນັກຂ່າວສານດັ່ງກ່າວແລ້ວ, ນອກຈາກບັນດາຜູ້ຖືກເສຍຊີວິດແລ້ວຍັງມີອີກ 6 ຄົນຖືກຮັບບາດເຈັບໃນເຫດວາງລະເບີດທີ່ພັກກຳມະກອນຊາວ Kurd (PKK) ຖືກລະແວງສົງໄສແມ່ນເປົ້າໝາຍປະຕິບັດເຫດການດັ່ງກ່າວ. ຕາມການໃຫ້ຂໍ້ສັງເກດໃນເບື້ອງຕົ້ນແລ້ວ, ເຫດລະເບີດເກີດຂຶ້ນຍ້ອນລູກລະເບີດຜະລິດເອງລູກໜຶ່ງ.
ກ່ອນໜ້ານັ້ນ, ກໍ່ໃນວັນດຽວກັນ, ຢູ່ນະຄອນ Elazig ທາງພາກຕາເວັນອອກຂອງ ຕວກກີ ກໍ່ໄດ້ເກີດເຫດວາງລະເບີດລົດໂອໂຕແນໃສ່ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ເຮັດໃຫ້ 3 ຄົນເສຍຊີວິດ ແລະ ຫຼາຍຄົນຮັບບາດເຈັບ. ກຳລັງ PKK ກໍ່ຖືກກ່າວຫາວ່າໄດ້ຍື່ນຢູ່ເບື້ອງຫຼັງເຫດບຸກໂຈມຕີດັ່ງກ່າວ.