ສປຊ ຢັ້ງຢືນການສະໜັບສະໜູນ ມາດຕະການສັນຕິພາບຢູ່ທະເລຕາ ເວັນອອກຄືນໃໝ່

ສປຊ ຢັ້ງຢືນການສະໜັບສະໜູນ ມາດຕະການສັນຕິພາບຢູ່ທະເລຕາ ເວັນອອກຄືນໃໝ່ - ảnh 1
ທ່ານ​ບານ​ກີ​ມູນ ​ເລຂທິການ​ໃຫ່ຍ ສປຊ
(ພາບ:
vovworld.vn)

(vovworld)-​ ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິ​ນ ​ໃຫ້​ຮູ້​ວ່າ: ສປຊ ​ໄດ້​ຢັ້ງຢືນການ​ສະໜັບສະໜູນ​ມາດ​ຕະການ​ສັນຕິພາບ​ໃນ​ການ​ພິພາດ​ກັນ​ລະຫວ່າງ​ຟີ​ລິບປິນ ​ແລະ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄືນ​ໃໝ່​. ສື່​ມວນ​ຊົນ​ຟີ​ລິບປິນ ​ໄດ້​ຄັດ​ສະ​ເໜີ​ແຈ້ງ​ການ​ຂອງກະຊວງ​ການ​ຕ່າງປະ​ເທດຂອງປະ​ເທດ​ນີ້ ​ໂດຍ​​ໃຫ້​ຮູ້​ວ່າ: ທ່ານ​ບານ​ກີ​ມູນ ​ເລຂທິການ​ໃຫ່ຍ ສປຊ ​ໄດ້​ຢັ້ງຢືນ​ການ​ສະໜັບສະໜູນ​ດັ່ງກ່າວ​ຄືນ​ໃໝ່ ​ໃນ​ການ​ພົບ​ປະ​ກັບ​ທ່ານ Libran Cabactulan ​ເອກ​ອັກຄະ​ລັດຖະທູດ ທັງ​ເປັນ​ຜູ້ຕາງໜ້າ​ປະຈຳ​ຂອງ​ຟີ​ລິບ​ປິນ ຢູ່ ສປຊ ​ເມື່ອ​ອາທິດ​ກ່ອນ. ​ໃນ​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ Cabactulan ​ໄດ້​ຢ້ຳຄືນກັບ​ທ່ານ​ບານ​ກີ​ມູນ ​ເລຂທິການ​ໃຫ່ຍ ສປຊ ກ່ຽວ​ກັບຄວາມ​ມານະ​ພະຍາຍາມ​ຂອງ​ຟີ​ລິບ​ປິນ ຍົກ​​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຂຶ້ນ​ສານ​ກຳມະການ​ສາກົນ ​ເພື່ອ​ແກ້​ໄຂ​ການ​ພິພາດ​ກັບ​ຈີນ ​ແຕ່​ດົນ​ນານ​ມາ​ແລ້ວ, ​ແມ່ນ​ການ​ກະທຳ​ທີ່​ປັກ​ກິ​ງ ​ໄດ້​ປະຕິ​ເສດ. ​ແລະ ກໍ່ຕາມ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ ​ແລ້ວ, ທ່ານ​ບານ​ກີ​ມູນ ​ເລຂທິການ​ໃຫ່ຍ ສປຊ ​ໃຫ້​ຮູ້​ວ່າ: ທ່ານ​ພວມ​ຕິດຕາມ​ກວດກາ​ການ​ຜັນ​​ແປ​ຂອງ​ເຫ​ດການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ