( vovworld ) – ວັນທີ 21/3, ສະພາຄວາມໝັ້ນຄົງສະປະຊາຊາດໄດ້ຮັບຮອງເອົາຖະແຫຼງການສະໜັບສະໜູນແຜນການແກ້ໄຂສະພາບຂາດສະຖຽນລະພາບທີ່ແກ່ຍາວຢູ່ ຊີຣີ ຂອງ່ທານ Kofi Annan, ທູດພິເສດຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ. ແຜນການຂອງທ່ານ Annan ລວມມີ 6 ຂໍ້ຄື; ການຢຸດຍິງ, ການເຈລະຈາດ້ານການເມືອງ ແລະ ສ້າງເງື່ອນໄຂໃຫ້ແກ່ການສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າຊີຣີ; ປ່ອຍຕົວບັນດາບຸກຄົນຖືກຄຸມຂັງທີ່ກ່ຽວຂ້ອງເຖິງບັນດາການແຫ່ຂະບວນປະທ້ວງ ແລະ ຖອນກຳລັງປ້ອງກັນຄວາມສະຫງົບອອກຈາກບັນດານະຄອນທີ່ເກີດການແຫ່ຂະບວນຂັດຄ້ານລັດຖະບານ, ຊີຣີ ຈະປະເຊີນໜ້າກັບບາດກ້າວຕໍ່ໄປຖ້າຫາກປະຕິເສດປະຕິບັດຂໍ້ສະເໜີຂອງທ່ານ Annan. ສ່ວນລັດເຊຍ, ຈີນ ສະໜັບສະໜູນແຜນການດັ່ງກ່າວ.