ສປປ.ເກົາຫຼີແລະສ.ເກົາຫຼີສືບຕໍ່ເຈລະຈາຂັ້ນສູງເພື່ອແນໃສ່ແກ້ໄຂຄວາມບໍ່ລົງລອຍກັນ
(ພາບປະກອບ: Yonhap/TTXVN)
(vovworld) – ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເຊື່ອມຕໍ່ບັນດາການເຈລະຈາຂັ້ນສູງ ໃນຕອນບ່າຍວັນທີ 23/08, ພາຍຫຼັງການເຈລະຈາຄັ້ງທຳອິດ, ເພື່ອແນໃສ່ຊອກຫາມາດຕະການເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ ໃນຄວາມມານະພະຍາຍາມ ແກ້ໄຂສະພາບເຄັ່ງຕຶງໃນປະຈຸບັນຢູ່ແຫຼມເກົາຫຼີ. ກ່າວຄຳເຫັນກັບວົງການນັກຂ່າວ, ໂຄສົກຂອງທ່ານນາງປະທານາທິບໍດີສ.ເກົາຫຼີ Min Kyung wook ໃຫ້ຮູ້ວ່າ, ການເຈລະຈາຂັ້ນສູງຢູ່ບ້ານຢຸດຮົບ Panmunjom ໃນເຂດປອດການທະຫານລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເລີ່ມດຳເນີນໃນຕອນບ່າຍວັນທີ 22/08 ແລະ ໄດ້ແກ່ຍາວເປັນຫຼາຍຊົ່ວໂມງ. 2 ຝ່າຍໄດ້ປຶກສາຫາລືມາດຕະການແກ້ໄຂສະພາບເຄັ່ງຕຶງ ໃນແຫຼມເກົາຫຼີ ກໍຄືພັດທະນາການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ພາຍຫຼັງພິຈາລະນາຫຼັກໝັ້ນຂອງແຕ່ລະຝ່າຍ, 2 ຝ່າຍໄດ້ເຫັນດີເຊື່ອມຕໍ່ການເຈລະຈາຄືນໃໝ່ຕອນບ່າຍວັນທີ 23/08, ເພື່ອແນໃສ່ຮັດແຄບຄວາມບໍ່ລົງລອຍກັນ.