ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ປ່ຽນແປງນະໂຍບາຍລະຫວ່າງ 2 ຝ່າຍ

(VOVWORLD) - ສຳນັກຂ່າວສານ Yonhap ໃຫ້ຂ່າວວ່າ ສປປ.ເກົາຫຼີ ໄດ້ອອກສຽງຮຽກຮ້ອງ ສ.ເກົາຫຼີ ປ່ຽນແປງນະໂຍບາຍທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ 2 ຝ່າຍ
ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ປ່ຽນແປງນະໂຍບາຍລະຫວ່າງ 2 ຝ່າຍ - ảnh 1 ປະເທດ ສປປ.ເກົາຫຼີ (ພາບ: Reuters)

ພ້ອມທັງສະເໜີ ສ.ເກົາຫຼີ ປະຕິເສດບັນດາມາດຕະການລົງໂທດຂອງ ອາເມລິກາ ທີ່ເລັ່ງ ສປປ.ເກົາຫຼີ ແລະ ຊອກຫາຄວາມເປັນເອກະພາບຊົນຊາດ. ໜັງສືພິມລາຍວັນ Rodong Sinmun – ສຽງຂອງພັກແຮງງານ ສປປ.ເກົາຫຼີ ວັນທີ 11 ມິຖຸນາ ຄັດສະເໜີບົດວິຈານ ໃນນັ້ນ ຖືວ່າ ສ.ເກົາຫຼີ ໄດ້ເມີນເສີຍຕໍ່ຄຳຮຽກຮ້ອງຂອງ ສປປ.ເກົາຫຼີ ກ່ຽວກັບເລື່ອງໄກ່ເກຍປອງດອງ ແລະ ເປັນເອກະພາບລະຫວ່າງ 2 ຝ່າຍ ໃນຂະນະນັ້ນ ພັດສະໜັບສະໜູນນະໂຍບາຍປໍລະປັກຂອງ ອາເມລິກາ ຕ້ານ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ