ສປປ ເກົາຫຼີກ່າວເຕືອນໂຕ້ຕອບອາເມລິກາ ແລະ ສເກົາຫຼີ
(ພາບປະກອບ: Yonhap/TTXVN)
(vovworld) - ວັນທີ 22/9, ກອງທັບ ສປປ ເກົາຫຼີໄດ້ກ່າວເຕືອນ ຈະໂຕ້ຕອບດ້ວຍກຳລັງກອງທັບ ເພື່ອຕ້ານຄືນບັນດາການກະທຳດ້ານການທະຫານຫວ່າງແລ້ວນີ້ຂອງ ອາເມລິກາ ແລະ ສເກົາຫຼີ, ພິເສດແມ່ນພາຍຫຼັງ ອາເມລິກາສົ່ງເຮືອບິນຖິ້ມລະເບີດຍຸດທະສາດ B-1B ເຖິງ ສ ເກົາຫຼີ. ກ່ອນນັ້ນ 1 ວັນ, ເຮືອບິນ B-1B 2 ລຳຂອງ ອາເມລິກາ ໄດ້ບິນເທິງຖານທີ່ໝັ້ນຂອງທະຫານ Osan ຢູ່ Pyeongtaek, ຫ່າງຈາກນະຄອນຫຼວງ ເຊີອູນ ຂອງ ສ ເກົາຫຼີ ປະມານ 70 ກມ, ໂຄສົກຂອງເສນາທິການໃຫຍ່ກອງທັບ ສປປ ເກົາຫຼີ ໄດ້ຖືວ່າ, ເລື່ອງ ອາເມລິກາສົ່ງບັນດາເຮືອບິນຖິ້ມລະເບີດເຖິງ ສເກົາຫຼີ ແມ່ນ “ການກະທຳເກາະຜິດດ້ານການທະຫານເພື່ອຕ້ານ ສປປ ເກົາຫຼີ“ ແລະ ຖືວ່າ, ການເກາະຜິດນີ້ “ໄດ້ເຮັດໃຫ້ສະພາບການຢູ່ແຫຼມເກົາຫຼີ ພົ້ນອອກຈາກຄວາມສາມາດຄວບຄຸມໄດ້ ແລະ ມັນຈະພາໃຫ້ສົງຄາມນິວຄະເລຍລະເບີດຂຶ້ນ“. ຄຳຖະແຫຼງຂອງ ສປປ ເກົາຫຼີ ກໍ່ກ່າວເຕືອນວ່າ, ບັນດາຫົວນິວຄະເລຍຂອງກອງທັບ ສປປເກົາຫຼີ ມີຄວາມສາມາດຢ່າງພຽງພໍ ເພື່ອບິນເຖິງຜືນແຜ່ນດິນຂອງ ອາເມລິກາ.