(vovworld) - ວັນທີ 27/3, ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ: ສປປ ເກົາຫຼີ ໄດ້ປະກາດຕັດໂທລະສັບສາຍດ່ວນດ້ານການທະຫານກັບ ສ ເກົາຫຼີ, ເຊິ່ງແມ່ນລະບົບຕິດຕໍ່ພົວພັນໂດຍກົງສຸດທ້າຍລະຫວ່າງ 2 ພາກເກົາຫຼີ, ໃນສະພາບການຄວາມເຄັ່ງຕຶງພວມເພີ່ມທະວີຂຶ້ນຢູ່ແຫຼມ ເກົາຫຼີ. ຕາມ Yonhap ແລ້ວ, ຄຳຕັດສິນດັ່ງກ່າວໂດຍແມ່ນນາຍທະຫານກອງທັບ ສປປ ເກົາຫຼີ ຜູ້ໜຶ່ງແຈ້ງກັບຝ່າຍ ສ ເກົາຫຼີ ກ່ອນທີ່ສາຍໂທລະສັບບໍ່ມີສັນຍານຕິດຕໍ່ພຽງ 2, 3 ນາທີ. ສຳນັກຂ່າວສານສູນກາງ ສ ເກົາຫຼີ (ຫຼື KCNA) ກໍ່ໄດ້ຄັດສະເໜີຄຳເວົ້າຂອງນາຍທະຫານກອງທັບ ສປປ ເກົາຫຼີ ຢືນຢັນວ່າ: “ໃນສະພາບການສົງຄາມອາດຈະເກີດຂຶ້ນໃນບໍ່ວ່າເວລາໃດ, ບໍ່ຈຳເປັນຕ້ອງຕິດຕໍ່ພົວພັນການທະຫານລະຫວ່າງ 2 ພາກ ເກົາຫຼີ. ແຕ່ຈຸດເວລານີ້, ທຸກໆການຕິດຕໍ່ພົວພັນການທະຫານຖືກຢຸດຕິ”. ເລື່ອງຕັດໂທລະສັບສາຍດ່ວນດ້ານການທະຫານລະຫວ່າງ 2 ພາກ ເກົາຫຼີ ອາດຈະສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງເຂດອຸດສາຫະກຳປະສົມ Kaesong, ຍ້ອນວ່າລະບົບຕິດຕໍ່ພົວພັນນີ້ໄດ້ນຳໃຊ້ເພື່ອປະສານງານບັນດາເຄື່ອນໄຫວເຂົ້າເຂດນີ້. ໃນໄລຍະ ຜ່ານມາ, ເຂດອຸດສະຫະກຳນີ້ ຍັງຄົງຮັກສາການເຄື່ອນໄຫວ ເປັນປົກກະຕິໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ 2 ພາກ ເກົາຫຼີ.