(vovworld) – ວັນທີ 23/8, ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ເຫັນດີຈັດຕັ້ງການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນໄລຍະສົງຄາມ ເກົາຫຼີ (1950 - 1953) ໃນເດືອນ 9 ຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກກະຊວງທ້ອນໂຮມປະເທດເປັນເອກະພາບ ສ ເກົາຫຼີ Kim Hyung – seok ໃຫ້ຮູ້ວ່າ: ແຕ່ລະຝ່າຍຈະມີ 100 ຄົນເຂົ້າຮ່ວມການເຕົ້າໂຮມນີ້. ບັນຊີລາຍຊື່ສຸດທ້າຍບັນດາຜູ້ເຂົ້າຮ່ວມການເຕົ້າໂຮມນີ້ຈະຖືກ 2 ຝ່າຍແລກປ່ຽນໃນວັນທີ 16/9. ຂໍ້ຕົກລົງດັ່ງກ່າວບັນລຸໄດ້ໃນການເຈລະຈາຂັ້ນນັກວິຊາການຂອງສະພາກາແດງ 2 ພາກເກົາຫຼີ ຢູ່ເຮືອນສັນຕິພາບ ຂຶ້ນກັບບ້ານຢຸດຮົບ Panmunjom. ທຳອິດ, ສ ເກົາຫຼີ ປາດຖະໜາຢາກໃຫ້ການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ ຈະໄດ້ຮັບການຈັດຕັ້ງຢູ່ ເຊີອູນ ຫຼື ພຽງຢາງ, ແຕ່ສຸດທ້າຍໄດ້ຕົກລົງສະຖານທີ່ຈັດຕັ້ງແມ່ນຢູ່ພູ Kumgang ຕາມຂໍ້ສະເໜີຂອງ ສປປ ເກົາຫຼີ.