ສື່ມວນຊົນລາວ ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີລາວ
ນັກຂ່າວ VOV ປະຈຳລາວ -  
ປະທານທອງສິງ ທຳມະວົງ ເຮັດວຽກຢູ່ ຫວຽດນາມ
(ພາບ: ອິນເຕີແນັດ)
(vovworld)- ໜັງສືພິມໃຫ່ຍສະບັບຕ່າງໆຂອງລາວ ສະບັບອອກວັນທີວັນທີ 27/2, ໄດ້ລົງພິມຂ່າວ ແລະ ບົດ ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຂອງທ່ານ ນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ແຕ່ວັນທີ 23-26/2. ໜັງສືພິມປະຊາຊົນ ແລະ ສຳນັກຂ່າວສານລາວ ໄດ້ລົງພິມຮູບພາບ ແລະ ບົດ ກ່ຽວກັບການເຄື່ອນໄຫວຂອງນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ຢູ່ທ້ອຖິ່ນຕ່າງໆຂອງ ຫວຽດນາມ ຢ່າງສົມກຽດ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ, ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາການນຳພັກ, ລັດ ພ້ອມດ້ວຍການນຳ ແລະ ປະຊາຊົນທ້ອງຖິ່ນຕ່າງໆຂອງ ຫວຽດນາມ. ໜັງສືພິມຕ່າງໆຂອງລາວ ຖືວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດໃນປີ “ແຫ່ງຄວາມສາມັກຄີມະດຕະພາບ ຫວຽດນາມ-ລາວ“
ນັກຂ່າວ VOV ປະຈຳລາວ