ສື່ມວນຊົນສາກົນຕຳໜິຕິຕຽນເລື່ອງຈີນຕັ້ງຮ້ານເຈາະນ້ຳມັນໃນເຂດນານທະເລທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ
ຈີນນຳຮ້ານເຈາະນ້ຳມັນ ໄຮຢາງ 981 ເຄື່ອນໄຫວໃນເຂດນານທະເລທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ
|
(vovworld)- ບັນດາການຜັນແປໃໝ່ຢູ່ທະເລຕາເວັນອອກໄດ້ກາຍເປັນຈຸດໃຈກາງໃນການວິຈານຂອງສື່ມວນຊົນສາກົນໃນຊຸມມື້ທີ່ຜ່ານມາ. ບັນດາສຳນັກຂ່າວສານໃຫຍ່ຄື : AP, AFP, Reuters, ວໍຊິຕັນໂພດ...ກໍລ້ວນແຕ່ໃຫ້ຂໍ້ສັງເກດເຊ່ັນດຽວກັນກ່ຽວກັບກໍລະນີຝ່່າຍຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດນານທະເລທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ, ອັນໄດ້ເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນປີນຂັ້ນໄດ. ຕີລາຄາການກະທຳຂອງຈີນແມ່ນໜຶ່ງໃນບັນດາບາດກ້າວເດີນທີ່ເກາະຜິດ, ໜັງສືພິມ NewYork Times, Wall Steet Journal ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ເຄັ່ງຕຶງທີ່ສຸດລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້ ແລະ ກໍລະນີນີ້ ອາດຈະພາໄປເຖິງບັນດາການປະທະກັນທີ່ຮ້າຍແຮງກວ່າ. ຢູ່ນິວເດລີ, ນັກຂ່າວອິນເດຍ Chaudhury ໄດ້ມີບົດຂຽນລົງພິມໃນໜັງສືພິມ “ ເສດຖະກິດທາຍ” ເມື່ອວັນທີ 7/5 ກໍຍັງຖືວ່າ ເລື່ອງຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດນານທະເລທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ ແມ່ນເພື່ອແນໃສ່ຊອກວິທີກໍ່ກຳລັງດັນ. ນັກຂ່າວຄົນນີ້ຊີ້ແຈ້ງວ່າ : ການປະກາດອະທິປະໄຕຂອງຈີນໄດ້ປະສົບກັບການຄັດຄ້ານຢ່າງກ້ວາງຂວາງຈາກສາກົນ ແລະ ເປັນສິ່ງກີດຂວາງຕໍ່ຄວາມມານະພະຍາຍາມແກ້ໄຂຄວາມຂັດແຍ້ງກັນໃນພາກພື້ນ.