ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ໂຄງການເຂດເຕັກໂນໂລຊີສູງ ຮ່ວາຫຼາກ
(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ)
(vovworld) – ໂຄງການເຂດເຕັກໂນໂລຊີສູງ ຮ່ວາຫຼາກ ເຊິ່ງທ່ານນາຍົກລັດຖະມົນຕີ ຕົກລົງສ້າງຕັ້ງແຕ່ປີ 1998 ດ້ວຍເນື້ອທີຕາມແຜນການປະມານ 1.600 ha. ປະຈຸບັນ, ເຂດເຕັກໂນໂລຊີ ດັ່ງກ່າວດຶງດູດໄດ້ໂຄງການລົງທຶນກວ່າ 70ໂຄງການ, ດ້ວຍຍອດຈຳນວນເງິນລົງທຶນກ່ວນ 56.000 ຕື້ດົງ. ແຕ່ວ່າ, ໃນໄລຍະຜ່ານມາ, ຍ້ອນຜົນກະທົບຂອງສະພາບເສດຖະກິດພາຍໃນ ແລະ ຕ່າງປະເທດ, ສະນັ້ນມີບາງໂຄງການບໍ່ໄດ້ຮັບການຜັນຂະຫຍາຍຄືດັ່ງຄຳໝັ້ນສັນຍາ; ການປະຕິບັດບັນດາໂຄງການພວມປະສົບກັບຄວາມຫຍຸ້ງຍາກ… ກ່າວຄຳເຫັນຊີ້ນຳການເຮັດວຽກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ນະຄອນຮ່າໂນ້ຍ ດຳເນີນໄປໃນຕອນເຊົ້າວັນທີ 13/08, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໃຫ້ຮູ້ວ່າ: ແຜນນະໂຍບາຍລົງທຶນກໍ່ສ້າງບາງເຂດເຕັກໂນໂລຊີສູງເພື່ອຮັບໃຊ້ການນຳໃຊ້, ພັດທະນາວິທະຍາສາດ ເຕັກໂນໂລຊີ, ເຂົ້າຮ່ວມກຸ່ມມູນຄ່າເພີ່ມທົ່ວໂລກຂອງສູນກາງ ແມ່ນສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງ. ບົນຈິດໃຈລວມແມ່ນຕ້ອງຢືດໝັ້ນປະຕິບັດແຜນນະໂຍບາຍ, ຊອກຫາທຸກໆວິທີການເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄ້າງຄາໃຫ້ໂຄງການເຂດເຕັກໂນໂລຢີສູງຮ່ວາຫຼາກ, ໂຄງການລົງທຶນກໍ່ສ້າງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.