ກອງປະຊຸມສະໄຫມສາມັນເທື່ອທີ 2 ສະພາແຫ່ງຊາດ ຊຸດທີ 14
ພາບ:baodauthau
|
(vovworld)-ຕອນບ່າຍວັນທີ 3/11, ເມື່ອປຶກສາຫາລືກ່ຽວກັບແຜນການສ້າງໂຄງປະກອບເສດຖະກິດຄືນໃຫມ່ ໄລຍະ 2016 – 2020, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເຫນີຕ້ອງສຸມໃສ່ແຫລ່ງກຳລັງໃຫ້ແກ່ການສ້າງໂຄງປະກອບເສດຖະກິດຄືນໃຫມ່ ຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕຕາມທິດໝັ້ນຄົງ, ພ້ອມທັງເອົາໃຈໃສ່ເຖິງການສ້າງໂຄງປະກອບຂະແຫນງກະສິກຳ. ເພື່ອໃຫ້ວິວັດການສ້າງໂຄງປະກອບເສດຖະກິດຄືນໃຫມ່ໃຫ້ບັນລຸປະສິດທິຜົນສູງໃນ 5 ປີຈະມາເຖິງ, ທ່ານ ຈູເລເຈົາ ສະມາຊິກສະພາແຫ່ງຊາດ ແຂວງ ລາຍເຈົາ ຖືວ່າ:
“ຍົກສູງກຳລັງຄວາມສາມາດການຄາດຄະເນຕໍ່ການຜັນແປຂອງສະພາບການຢູ່ພາຍໃນປະເທດ ແລະໃນໂລກ. ປະຕິບັດຢ່າງເຂັ້ມງວດການວາງແຜນກຳນົດການພັດທະນາເສດຖະກິດຮ່ວມສຳພັນເຂດ, ກຳນົດຢ່າງຈະແຈ້ງຂົງເຂດຕົ້ນຕໍ, ຂະແຫນງອາຊີບ, ຜະລິດຕະພັນຕົ້ນຕໍທີ່ມີທ່າໄດ້ປຽບ, ມີກຳລັງແກ້ງແຍ້ງຢູ່ພາຍໃນປະເທດ, ພາກພື້ນ ແລະ ໂລກ.”
ກ່ຽວກັບການສ້າງໂຄງປະກອບຂະແຫນງກະສິກຳຄືນໃຫມ່, ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ດ້ວຍການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ການເຂົ້າຮ່ວມຂອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ, ຂະແຫນງກະສິກຳຂອງປະເທດຊາດໄດ້ມີການຫັນປ່ຽນດີພໍສົມຄວນ, ອົງປະກອບການຜະລິດກະສິກຳມີການຫັນປ່ຽນຕາມທິດເພີ່ມບັນດາຜະລິດຕະພັນມີມູນຄ່າ, ມີປະສິດທິຜົນ.