ພິທີຕ້ອນຮັບບຸນວັນເພງເດືອນ 8 ໃຫ້ລູກ
ຫຼານພະນັກງານ, ພາລະກອນສະຖານທູດ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 19/9, ສະຖານທູດ ຫວຽດນາມ ປະຈຳອິນເດຍ ຈັດຕັ້ງພິທີຕ້ອນຮັບບຸນວັນເພງເດືອນ 8 ໃຫ້ລູກຫຼານພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການກ່ຽວຂ້ອງ. ລາຍການຕ້ອນຮັບ ບຸນວັນເພງເດືອນ 8, ດ້ວຍການລະຫຼິ້ນຕ່າງໆເຊັ່ນ: ດຶງເຊືອກ, ແຫ່ໂຄມໄຟຮູບດວງດາວ… ເດັກນ້ອຍຈຳນວນໜຶ່ງ ທີ່ມີຜົນງານດີເດັ່ນໃນການຮຳ່ຮຽນ ກໍ່ໄດ້ຮັບລາງວັນຂອງສະຖານທູດ. ພວກຫຼານກໍ່ໄດ້ກິນເຂົ້າໜົມ ບຸນວັນເພງເດືອນ 8 ໂດຍສະຖານທູດຊື້ຈາກພາຍໃນປະເທດ, ແລະ ອາຫານໂດຍພໍ່ແມ່ພວກຫຼານແຕ່ງເອງ.