ນັກຂ່າວ ອາມລິກາ ຖືກກຳລັງ IS ເຂັນຂ້າ
photo:baomoi.com
|
(vovworld)- ວັນທີ 6/9, ສະພາຄວາມໝັ້ນຄົງ ສປຊ ໄດ້ກ່າວປະນາມຢ່າງແຮງກ່ຽວກັບກໍລະນີທີ່ກຳລັງ ລັດອິດສະລາມ IS ເຂັນຂ້ານັກຂ່າວ ອາເມລິກາ Steven Sotloff ແລະ ຖືວ່າ:ນີ້ແມ່ນການກະທຳ “ທີ່ຫນ້າຫວາດກົວ, ຕຳ່ຕ້ອຍ”. 15 ປະເທດສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ ໄດ້ເນັ້ນຫນັກວ່າ: ການກະທຳໂທດກຳນີ້ແມ່ນການກ່າວເຕືອນເຖິງຄວາມອັນຕະລາຍຕໍ່ບັນດານັກຂ່າວທີ່ພວມເຄື່ອນໄຫວຢູ່ ຊີຣີ. ຖະແຫລງການຂອງສະພາຄວາມໝັ້ນຄົງ ສປຊ ເນັ້ນຫນັກວ່າ: ປະຊາຄົມໂລກ ຄວນມີການກະທຳຢ່າງຮີບດ່ວນ ເພື່ອສະກັດກັ້ນບັນດາການໃຊ້ຄວາມຮຸນແຮງຂອງກຳລັງອິດສະລາມຫົວຮຸນແຮງນີ້. ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ຈົ່ງຮ່ວມມື, ມານະພະຍາຍາມຕ້ານຄືນກຳລັງ IS ແລະ ຮຽກຮ້ອງໃຫ້ IS ຈົ່ງປ່ອຍຕົວບັນດາຜູ້ຖືກລອບຈັບຕົວໂດຍໄວ.