ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມກ່ຽວກັບສະພາບການຢູ່ຊີຣີ
ກອງປະຊຸມກ່ຽວກັບສົງຄາມກາງເມືອງຊີຣີ
(ພາບ: EPA/TTXVN)
(vovworld) - ວັນທີ 21/09, ຢູ່ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມກ່ຽວກັບສົງຄາມກາງເມືອງຊີຣີ ໃນສະພາບຄຳສັ່ງຢຸດຍິງຊົ່ວຄາວຢູ່ປະເທດນີ້ຫາກໍຖືກຍຸບເລີກ ແລະ ບັນດາຄວາມເຄັ່ງຕຶງສາກົນພວມປິນຂັ້ນໄດ. ກ່າວຄຳເຫັນຕໍ່ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ເນັ້ນໜັກວ່າ, ມີຊາວຊີຣີ ກວ່າ 300.000 ຖືກເສຍຊີວິດ, ພົນລະເມືອງເຄິ່ງໜຶ່ງຂອງປະເທດນີ້ບໍ່ມີເຮືອນຢູ່ ແລະ ພື້ນຖານໂຄງລ່າງເກືອບທັງໝົດຖືກທຳລາຍ. ໃນສະພາບການນັ້ນ, ທ່ານຢືນຢັນວ່າ, ຕ້ອງຟື້ນຟູຄຳສັ່ງຢຸດຍິງຢູ່ຊີຣີ ຍ້ອນນີ້ແມ່ນບາດກ້າວທຳອິດເພື່ອກູ້ຊ່ວຍຂໍ້ຕົກລົງອາເມລິກາ - ລັດເຊຍ ເພື່ອແນໃສ່ຢຸດຕິສົງຄາມທີ່ແກ່ຍາວເປັນເວລາ 5 ປີຜ່ານມາ. ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄດ້ກ່າວຫາບັນດາເຮືອບິນສູ້ຮົບຂອງລັດເຊຍ ແລະ ຊີຣີ ເຄື່ອນໄຫວຢູ່ບັນດາເຂດພາກເໜືອຊີຣີ ໃນວັນທີ 19/09, ເຊິ່ງເປັນຈຸດເວລາທີ່ຂະບວນລົດກູ້ຊ່ວຍຂອງສະຫະປະຊາຊາດຖືກບຸກໂຈມຕີທາງອາກາດ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ພັດປະຕິເສດຂໍ້ມູນຂ່າວທີ່ຖືວ່າ, ບັນດາເຮືອບິນຂອງລັດເຊຍ ຫຼື ຊີຣີ ໄດ້ດຳເນີນການບຸກໂຈມຕີແນໃສ່ຂະບວນລົດກູ້ຊ່ວຍຂອງສະຫະປະຊາຊາດ, ພ້ອມທັງຢືນຢັນຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດວ່າ ບໍ່ມີເລື່ອງບັນດາກຳລັງລັດຖະບານຂອງທ່ານ Assad ສືບຕໍ່ “ຢຸດຕິບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ”.