ສະພາບການເລືອກຕັ້ງຢູ່ ອາເມລິກາໃນປີ 2012
ທ່ານ Mitt Romney ຄູ່ແຂງຂອງທ່ານ
Obama
ພາບ: internet
|
(vovworld) - ຍັງອີກປະມານ 5 ເດືອນ ຊາວອາເມລິກາຈະໄປປ່ອນບັດເລືອກຕັ້ງປະທານາທິບໍດີຄົນໃຫມ່, ໝາກຜົນແຫ່ງການສຳຫລວດໃຫ້ຮູ້ວ່າ: ຜູ້ມີສິດເລືອກຕັ້ງຢູ່ ອາເມລິກາ ສ່ວນຫລາຍບໍ່ເຫັນດີເຫັນພ້ອມກັບບັນດາແຜນການເສດຖະກິດຂອງຜູ້ອອກສະໝັກຮັບເລືອກຕັ້ງທັງສອງທ່ານ ນັ້ນແມ່ນ ປະທານາທິບໍດີ Barack Obama ຂຶ້ນກັບພັກປະຊາທິປະໄຕ ແລະ ຄູ່ແຂງ ພັກສາທາລະນະ ທ່ານ Mitt Romney. ໝາກຜົນແຫ່ງການສຳຫລວດຂອງ ABC New/ Washington Post ປະກາດໃນວັນທີ 13/6 ໃຫ້ຮູ້ວ່າ: ໃນຈຳນວນຜູ້ມີສິດເລືອກຕັ້ງ 1.007 ຄົນ ຢູ່ບາງລັດທີ່ໄດ້ຮັບສຳພາດຜ່ານໂທລະສັບເມື່ອວັນທີ 7 -11/6 ນັ້ນ ມີພຽງ 38% ໃຫ້ຂໍ້ສັງເກດຢ່າງຕັ້ງຫນ້າກ່ຽວກັບບັນດາແຜນການເສດຖະກິດຂອງທ່ານ Obama, ໃນຂະນະນັ້ນ 35% ຈຳນວນຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມກັບແຜນການເສດຖະກິດຂອງທ່ານ ທ່ານ Mitt Romney.