ລົດການທະຫານຢູ່ໃກ້ບ້ານ Torez, ໃນວັນທີ 12/11.
(ພາບ: AFP/ TTXVN)
(vovworld) - ວັນທີ 13/11, Ukraine ຖະແຫຼງວ່າ ສະພາບຄວາມສະຫງົບຢູ່ບັນດາເຂດໂດຍກຳລັງແຍກຕົວຄວບຄຸມຢູ່ພາກຕາເວັນອອກປະເທດນີ້ພວມນັບມື້ນັບຮ້າຍແຮງເມື່ອບັນດາມືປືນແຍກຕົວພວມບຸກເຂົ້າໃກ້ກ່ວາເຖິງບັນດາເສັ້ນທາງຈັດແບ່ງກຳລັງນີ້ ກັບກຳລັງຂອງລັດຖະບານ. ໂຄສົກຂອງສະພາປ້ອງກັນຊາດ ແລະ ຄວາມສະຫງົບແຫ່ງຊາດ Ukraine Andriy Lysenko ໃຫ້ຮູ້ວ່າ: ກອງທັບລັດເຊຍພວມເຕົ້າໂຮມພົນທະຫານ, ໃນນັ້ນມີບັນດາກົມກອງປ້ອງກັນອາກາດ, ໃກ້ກັບຊາຍແດນ Ukraine. ຖະແຫຼງການດັ່ງກ່າວຂອງທ່ານ Lysenko ໄດ້ຍົກອອກພາຍຫຼັງສະພາບການໃນມໍ່ໆມານີ້ໃຫ້ເຫັນວ່າມີຂະບວນລົດທະຫານໃຫຍ່ເຄື່ອນຍ້າຍອ້ອມແອ້ມບັນດາເຂດໂດຍກຳລັງແຍກຕົວຄວບຄຸມ. ກີແອບກ່າວຫາ ມົດສກູພວມໜູນຊ່ວຍບັນດາກຳລັງແຍກຕົວ. ແຕ່ລັດເຊຍໄດ້ປະຕິເສດຄຳກ່າວຫານີ້ຫຼາຍຄັ້ງແລ້ວ.