ສະພາສາຍພົວພັນຕ່າງປະເທດ ອາຣັບ ປະຈຳ ອິດສະຣາແອັນ ປຶກສາຫາລືກ່ຽວກັບວິທີຟື້ນຟູສະຖຽນລະພາບໃນພາກພື້ນ
(VOVWORLD) - ຜູ້ຕ່າງໜ້າຫຼາຍຄະນະທຸຕານຸທູດຕາງກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າສະພາບການຫົວຮຸນແຮງທີ່ແກ່ຍາວຢູ່ເຂດກາຊາ, ພ້ອມທັງຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ, ຢຸດຕິການປະທະກັນໂດຍໄວເພື່ອຫຼີກລ້ຽງຜົນເສຍຫາຍໃຫ້ແກ່ສາມັນຊົນຕື່ມອີກ.
ວັນທີ 11 ທັນວາ, ຢູ່ນະຄອນ Jaffa, ສະພາສາຍພົວພັນຕ່າງປະເທດ ອາຣັບ ປະຈຳ ອິດສະຣາແອັນ ໄດ້ຈັດເວທີປາໄສການທູດປະຈຳປີຄັ້ງທີ 15. ເຫດການປີນີ້ມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຮອງເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າສະຖານທູດຂອງກວ່າ 20 ປະເທດ, ໃນນັ້ນ ມີຫຼາຍປະເທດເອີຣົບ, ການາດາ, ຈີນ, ຫວຽດນາມ, ອູເບກິດສະຖານ, ພ້ອມກັບນັກຮຽນຮູ້ຈຳນວນໜຶ່ງຢູ່ ອິດສະຣາແອັນ, ເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດ, ວັດທະນະທຳ, ເສດຖະກິດ ແລະ ສັງຄົມລະຫວ່າງປະຊາຄົມຊາວ ອາຣັບ ປະຈຳ ອິດສະຣາແອັນ ກັບບັນດາປະເທດໃນໂລກ.
ຢູ່ເວທີປາໄສ, ຜູ້ຕ່າງໜ້າຫຼາຍຄະນະທຸຕານຸທູດຕາງກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າສະພາບການຫົວຮຸນແຮງທີ່ແກ່ຍາວຢູ່ເຂດກາຊາ, ພ້ອມທັງຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ, ຢຸດຕິການປະທະກັນໂດຍໄວເພື່ອຫຼີກລ້ຽງຜົນເສຍຫາຍໃຫ້ແກ່ສາມັນຊົນຕື່ມອີກ. ມີຫຼາຍຄຳເຫັນເນັ້ນໜັກເຖິງຄວາມຈຳເປັນຂອງການເຄົາລົບກົດໝາຍສາກົນ ແລະ ມະນຸດສະທຳ, ຖືນີ້ແມ່ນພື້ນຖານສຳຄັນເພື່ອຟື້ນຟູສະຖຽນລະພາບໃນພາກພື້ນ. ບັນດາຄຳເຫັນກໍປາດຖະໜາວ່າ ປະຊາຄົມສາກົນຈະເພີ່ມທະວີການສົມທົບກັນເພື່ອແນໃສ່ຊຸກຍູ້ການເຈລະຈາ, ການຊ່ວຍເຫຼືອມະນຸດສະທຳ ແລະ ບັນດາຄວາມມານະພະຍາຍາມທາງການທູດເພື່ອຊອກຫາວິວັດທະນາການສັນຕິພາບທີ່ມີຄວາມເປັນໄປໄດ້.