ພາບປະກອບ
(vovworld) – ວັນທີ 13/1, ສະພາອິດສະລາມ ຝຣັ່ງ ຮຽກຮ້ອງໃຫ້ສາສະນິກກະຊົນທັງໝົດ ອຸ່ນອ່ຽນໃຈ ແລະ ລະງັບໃຈຕໍ່ແຫຼ່ງຂ່າວທີ່ວ່າໃນໜັງສືພິມ ເຢາະເຢີ້ຍ “Charlie Hebdo” ສະບັບອອກວັນທີ 14/1 ຈະສືບຕໍ່ລົງຮູບພາບຂອງນັກທຳນາຍ Mohammed. ຖະແຫຼງການຮ່ວມຂອງສະພາອິດສະລາມ ແລະ ສະຫະສະມາຄົມຊາວ ອິດສະລາມ ຝຣັ່ງ ເນັ້ນໜັກວ່າ: ບັນດາ ສາສະນິກກະຊົນ ຄວນອຸ່ນອ່ຽນໃຈ ແລະ ຫຼີກລ້ຽງບໍ່ໃຫ້ເກີດປະຕິກິລິຍາເກີນຂະໜາດ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງໜັງສືພິມ “Lineralion” ໄດ້ໃຫ້ຂ່າວໃນແວບໄຊຂອງຕົນຮູບພາບໄດ້ຮັບຖືວ່າແມ່ນໜ້າທຳອິດຂອງວາລະສານ “Charlie Hebdo” ສະບັບອອກວັນທີ 14/1 ດ້ວຍຮູບພາບເຢາະເຢີ້ຍກ່ຽວກັບນັກທຳນາຍ Mohammed.