(ພາບປະກອບ)
|
(vovworld)- ວັນທີ 4/2, ສະພາສູງອາເມລິກາໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍງົບປະມານໜູນຊ່ວຍໃຫ້ແກ່ບັນດາຝ່າມກະເສດ, ໃນນັ້ນມີມາດຕາໜຶ່ງທີ່ກໍ່ຄວາມຫຍຸ້ງຍາກໃຫ້ແກ່ສິນຄ້າປະເພດປາໜັງສົ່ງອອກຂອງຫວຽດນາມ. ດ້ວຍ ມາດຕານີ້, ກະຊວງກະສີກຳອາເມລິກາຈະນຳໃຊ້ບັນດາມາດຕະຖານທີ່ໄດ້ກຳນົດປາໜັງຂອງຫວຽດນາມທີ່ສົ່ງອອກຂາຍໃຫ້ຕະຫຼາດອາເມລິກາ ແມ່ນຕ້ອງຕອບສະໜອງບັນດາມາດຖານທຽບເທົ່າກັບສິນຄ້າປະເທດນີ້ທີ່ຜະລິດຢູ່ອາເມລິກາ, ຈາກຂັ້ນຕອນຜະລິດຕະຫຼອດຮອດການຫຸ້ມຫໍ່ ແລະ ສົ່ງອອກ. ມາດຕານີ້ໂດຍສະຫະສະມາຄົມລ້ຽງປູກປາໜັງຂອງອາເມລິກາ ແລະ ບັນດາສະມາຊິກສະພາແຫ່ງຊາດບັນດາລັດພາກໃຕ້ຂອງອາເມລິກາ ຕັ້ງໃຈນຳເຂົ້າຮ່າງກົດໝາຍ ເຖິງວ່າທ່ານສະມາຊິກສະພາສູງ John McCain ໄດ້ປະຕິເສດ, ແລະ ຖືວ່ານີ້ແມ່ນຮົ້ວກີດຂວາງດ້ານການຄ້າແນໃສ່ປົກປ້ອງຜົນປະໂຫຍດຂອງຜູ້ລ້ຽງປາໜັງຂອງອາເມລິກາ. ອາທິດແລ້ວນີ້, ສະພາຕ່ຳກໍໄດ້ ຮັບຮອງເອົາຮ່າງກົດໝາຍສະບັບນີ້.
ຮ່າງກົດໝາຍສະບັບນີ້ໄດ້ອະນຸມັດບ້ວງລາຍຈາຍ 956 ຕື້ USD, ຕາມນັ້ນແລ້ວ, ໃນ 5 ປີຂ້າງໜ້າຈະເປີດກ້ວາງການຄ້ຳປະກັນຂອງລັດຖະບານໃຫ້ແນວປູກ ແລະ ລະດູການຜະລິດຂອງຊາວກະສີກອນອາເມລິກາ.