ສະພາແຫ່ງຊາດຮັບຮອງເອົາກົດໝາຍສຳຄັນບາງສະບັບ
(ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13)
(vovworld)- ຕອນບ່າຍວັນທີ 23/6, ສະພາແຫ່ງຊາດດຳເນີນວາລະປະຊຸມຄົບຄະນະຢູ່ຫໍປະຊຸມ, ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດ ລ້ອມ(ສະບັບປັບປຸງ) ແລະ ປຶກສາຫາລືກຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງ ສານແພ່ງ.
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ, ສະມາຊິກສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍພາສີ(ສະບັບ ປັບປຸງ) ແລະ ປືກສາຫາລື ຢູ່ ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ). ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົງທຶນ(ສະບັບປັບປຸງ), ສສຊ ບາງທ່ານ ຖືວ່າ: ໃນຮ່າງກົດໝາຍມີຫລາຍເນື້ອໃນມີລັກສະນະບຸກທະລຸກ່ຽວກັບລະບອບນະ ໂຍບາຍ, ປະກອບສ່ວນຍົກສູງລັກສະນະໂປ່ງໃສ, ດູດດື່ມ ແລະ ກຳລັງຄວາມສາມາດຂອງສະພາບແວດລ້ອມແຫ່ງການລົງທຶນ,ສືບຕໍ່ການຫັນປ່ຽນ ກ່ຽວກັບການປະຕິຮູບລະບຽບການລົງທຶນ ແລະ ຍົກສູງປະສິດທິຜົນການຄຸ້ມຄອງລັດກ່ຽວກັບການລົງທຶນ.