(VOVWORLD) - ວັນທີ 22 ກໍລະກົດ, ສະພາແຫ່ງຊາດ ຟີລິບປີນ ໄດ້ປ່ອນບັດຮັບຮອງເອົາເລື່ອງຕໍ່ກຳນົດເວລາກົດໄອຍະການເສິກຢູ່ເກາະ Mindanao ທາງພາກໃຕ້ປະເທດນີ້ ຈົນຮອດທ້າຍປີ 2017
ທ່ານປະທານາທິບໍດີ Rodrigo Duterte (ພາບ: EPA/TTXVN) |
ຜ່ານນັ້ນ ທ່ານປະທານາທິບໍດີ Rodrigo Duterte ມີເວລາຕື່ມອີກ ເພື່ອປາບປາມການລຸກຮື້ຂຶ້ນຂອງພວກກະບົດທີ່ມີການຕິດຕໍ່ພົວພັນກັບອົງການກໍ່ການຮ້າຍລັດອິດສະລາມ (IS) ຢູ່ທີ່ນີ້. ໃນວາລະປະຊຸມຮ່ວມພິເສດຂອງລັດຖະສະພາ, ລວມທັງໝົດມີ 261 ສະມາຊິກລັດຖະສະພາເຫັນດີຕໍ່ກຳນົດເວລາກົດໄອຍະການເສິກຢູ່ Mindanao ຈົດຮອດວັນທີ 31 ທັນວາ, ກວມກ່ວາ 2/3 ໃນຈຳນວນກ່ວາ 300 ສະມາຊິກລັດຖະສະພາ.
ກ່ອນທີ່ດຳເນີນການປ່ອນບັດ, ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໄດ້ຢືນຢັນຕໍ່ບັນດາສະມາຊິກລັດຖະສະພາວ່າ ກົດໄອຍະການເສິກແມ່ນຈຳເປັນ ເພື່ອສ້າງສະພາບການຢູ່ພາກພື້ນເປັນປົກກະຕິ ຊຶ່ງ IS ພວມຍາດເອົາຜົນສະທ້ອນ, ແລະບັນດາເປົ້າໝາຍສະໜັບສະໜູນ ອາດຈະຖືກຄວາມປຸກປັ່ນຍຸແຍ່ ປະຕິບັດການລຸກຮື້ຂຶ້ນທີ່ຫລາຍແຫ່ງຢູ່ Mandanao ດ້ວຍການເຂົ້າຮ່ວມຂອງບັນດາມືປືນຕ່າງປະເທດ.