ສະມັດຊາໃຫຍ່ສະຫະ ປະຊາຊາດ ປຶກສາຫາລື ກ່ຽວກັບວິກິດການຢູ່ ຊີຣີ
ກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ
(vovworld) – ວັນທີ 2/8, ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບວິກິດການຢູ່ ຊີຣີ ແລະ ອາດຈະປ່ອນບັດໃຫ້ແກ່ຮ່າງມະຕິກ່າວປະມານສະພາຄວາມໝັ້ນຄົງບໍ່ຍົກອອກມາດຕະການໃດໆທີ່ມີຕໍ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar al – Assad. ກອງປະຊຸມຂອງສະມັດຊາໃຫຍ່ ສະຫະປະຊາຊາດ ຖືກຈັດຂຶ້ນພາຍຫຼັງທີ່ ລັດເຊຍ ແລະ ຈີນ ນຳໃຊ້ສິດຢັບຢັ້ງຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອປະຕິເສດຮ່າງມະຕິກ່ຽວກັບ ຊີຣີ ໂດຍ ຝ່າຍຕາເວັນຕົກນ້ຳ ສະເໜີ, ໃນນັ້ນ, ກ່າວເຕືອນວ່າຈະລົງໂທດອຳນາດການປົກຄອງ ຊີຣີ ຖ້າຫາກບໍ່ຍຸດຕິການໃຊ້ຄວາມຮຸນແຮງ. ດ່ັງນັ້ນ, ຮ່າງມະຕິເຊິ່ງສະພາຄວາມໝັ້ນຄົງສະຫະປະຊາຊາດ ກຽມ ຮັບຮອງເອົາຖືກຖືວ່າ: ແມ່ນເລັ່ງໃສ່ລັດເຊຍ ແລະ ຈີນ. ນອກຈາກນັ້ນແລ້ວ, ຮ່າງມະຕິນີ້ ກໍໄດ້ຫຍ້ຳຄືນຄຳຮຽກຮ້ອງຂອງສະຫະພັນ ອາຣັບ, ທີ່ຮຽກຮ້ອງໃຫ້ທ່ານປະທານາທິບໍດີ al – Assad ລາອອກຈາກຕຳແໜ່ງ ແລະ ປະຕິບັດວິວັດການມອບໂອນອຳນາດການເມືອງ ເພື່ອສ້າງຕັ້ງລັດຖະບານປະຊາທິປະໄຕ.