ທ່ານນາງປະທານາທິບໍດີ Simonetta Sommaruga ຕ້ອນຮັບທ່ານ
ຟ້າມຫາຍບັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ
(ພາບ: TTXVN)
(vovworld) – ວັນທີ 24/11 ໃນພິທີຕ້ອນຮັບທີ່ດຳເນີນຢູ່ວັງສະຫະພັນຢ່າງສົມກຽດ. ທ່ານ ຟ້າມຫາຍບັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ໄດ້ຍື່ນສານຕາຕັ້ງຂອງປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຕໍ່ທ່ານນາງປະທານາທິບໍດີ ສະວິດ Simonetta Sommaruga. ທີ່ການຕ້ອນຮັບ ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານນາງປະທານາທິບໍດີ Simonetta Sommaruga ຢືນຢັນວ່າ: ສະວິດ ຍາມໃດກໍຕີລາຄາສູງຄວາມສຳຄັນໃນການພົວພັນ 2 ຝ່າຍ ແລະ ສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຊ່ວຍເຫຼືອພັດທະນາ (ODA) ໃຫ້ ຫວຽດນາມ ຢ່າງເປັນທາງການ.
ສ່ວນທ່ານເອກອັກຄະລັດຖະທູດ ຟ້າມຫາຍບັ່ງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນຮ່ວມມືກັບ ສະວິດ, ຂອງການນຳ ຫວຽດນາມ ມີຄວາມປາດຖະໜາວ່າ: ຈະໄດ້ໃຫ້ການຕ້ອນຮັບການນຳຂັ້ນສູງ ສະວິດ ມາຢ້ຽມຢາມ ຫວຽດນາມ ໃນໄລຍະເວລາທີ່ເໝາະສົມ.