(vovworld) - ເນື່ອງໃນໂອກາດລະນຶກວັນປ້ອງກັນ ແລະ ຕ້ານ HIV/AIDS ທົ່ວໂລກ (01/12), ບັນດາອົງການຂອງ ສປຊ ໄດ້ປຸກລະດົມຂະບວນການຮຽກຮ້ອງເພີ່ມທະວີສິດຜົນປະໂຫຍດຂອງບັນດາຜູ້ທີ່ຖືກຕິດເຊື້ືອ HIV ຢູ່ບ່ອນເຮັດວຽກ. ຂະບວນການດັ່ງກ່າວໄດ້ຮັບການສະຫນັບສະຫນູນຈາກ ອົງການອະນາໄມໂລກ, ອົງການແຮງງານສາກົນ ແລະ ໂຄງການສົມທົບຂອງ ສປຊ ກ່ຽວກັບ HIV/AIDS. ທ່ານ Guy Ryder ຜູ້ອຳນວຍການອົງການແຮງງານສາກົນ ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ແລະ ສະຫະພັນແຮງງານ ໝັ້ນໝາຍປົກປັກຮັກສາສິດຂອງຜູ້ທີ່ຖືກຕິດເຊື້ອ HIV ຢູ່ ບ່ອນເຮັດວຽກ. ເພາະວ່າ ຕາມທ່ານ Ryder ແລ້ວ, ມີວຽກງານທີ່ເໝາະສົມ ກໍເປັນການຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຜູ້ຕິດເຊື້ອ HIV .