(VOVWORLD) -ບັນດາປະເທດສະມາຊິກ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ໃນສະພາບການໂລກລະບາດໂຄວິດ - 19.
Logo ຂອງ ສປຊ (ພາບ: AFP) |
ວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ, ທ່ານ Antonio Guterres ແລະ ການນຳບັນດາປະເທດໄດ້ເປັນປະທານຮ່ວມກອງປະຊຸມຂັ້ນສູງທາງອອນລາຍ ກ່ຽວກັບການເພີ່ມເຕີມທຶນສ້າງສັນຕິພາບ ຂອງ ສປຊ. ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຂອງ 92 ປະເທດສະມາຊິກ ສປຊ.
ທີ່ກອງປະຊຸມ, ບັນດາປະເທດສະມາຊິກ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ໃນສະພາບການໂລກລະບາດໂຄວິດ - 19 ກໍຄືຈຳນວນເງິນ 439 ລ້ານ USD ເຊິ່ງ 39 ປະເທດສະມາຊິກໄດ້ປະກອບ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບເງິນທຶນໃນໄລຍະຈະມາເຖິງ, ເພື່ອແນໃສ່ບັນລຸໄດ້ເປົ້າໝາຍ 1,5 ຕື້ USD ໃນຍຸດທະສາດ 2020 – 2024 ຂອງກອງທຶນດັ່ງກ່າວ.