ພາບປະກອບ
|
(vovworld) - ຕອນບ່າຍວັນທີ 1/1, ຢູ່ເຂດບໍລິຫານພິເສດມາເກົາ (ຈີນ) ໄດ້ດຳເນີນພິທີສະເຫຼີມສະຫຼອງ 2 ປີ ແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບໄທບ້ານດຽວຫວຽດນາມ - ມາເກົາ. ໃນປີຜ່ານມາ, ສະມາຄົມມິດຕະພາບໄທບ້ານດຽວຫວຽດນາມ - ມາເກົາ ໄດ້ພັດທະນາຢ່າງແຮງ, ດ້ວຍສະມາຊິກ 1.587 ຄົນ. ສະມາຄົມກໍ່ມີການເຄື່ອນໄຫວຫຼາຍຢ່າງປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງຊາວຫວຽດນາມ ອາໄສຢູ່ມາເກົານຳກັນ,ເຊັ່ນ: ຊ່ວຍເຫຼືອກັນຜ່ານຜ່າຄວາມຫຍຸ້ງຍາກ, ສະໜັບສະ ໜູນຂະບວນການປົກປັກຮັກສາທະເລເກາະເຈື່ອງຊາ… ກ່ຽວກັບທິດທາງເຄື່ອນໄຫວໃນປີ 2015, ສະມາຄົມສູ້ຊົນຮັບສະມາຊິກຕື່ມອີກ, ສືບຕໍ່ການເຄື່ອນໄຫວສາມັກຄີ, ສ້າງສະມາຄົມໃຫ້ເປັນອົງການທີ່ໝັ້ນຄົງເຂັ້ມແຂງຂອງຊາວຫວຽດນາມ ອາໄສຢູ່ມາເກົາ.