ສະເຫຼີມສະຫຼອງວັນແພດໝໍຫວຽດນາມ
(ພາບປະກອບ)
(vovworld) - ໃນຊຸມມື້ນີ້, ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແພດໝໍຫວຽດນາມ. ວັນທີ 26/2, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກໄດ້ຈັດການພົບປະແລກປ່ຽນ “ສະແດງຄວາມຮູ້ບຸນຄຸນທ່ານໝໍ“. ໃນວັນດຽວກັນ, ພະແນກສາທາລະນະສຸກຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 58 ປີແຫ່ງວັນແພດໝໍຫວຽດນາມ ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນປີນີ້. ກ່ອນໜ້ານັ້ນຄືໃນຕອນຄ່ຳຂອງວັນທີ 25/2, ໄດ້ຈັດພິທີມອບລາງວັນການເສັງ “ຄວາມເສຍສະຫຼະທີ່ມີຄວາມໝາຍ“ ຄັ້ງທີ 2 ແລະ ລາຍການສະແດງສິລະປະເຊີດຊູບັນດາທ່ານໝໍຫວຽດນາມ ໂດຍມີການເຂົ້າຮ່ວມຂອງທ່ານນາງຫງວຽນທິກິມຕຽນ, ລັດຖະມົນຕີ ກະຊວງສາທາລະນະສຸກຫວຽດນາມ.
ເມື່ອເຕື້ອງເຖິງໝາກຜົນການສອບເສັງ, ທ່ານເຈີ່ນຊີຕວນ (Trần Sỹ Tuấn) ຫົວໜ້າບັນນາທິການໜັງສືພິມສຸຂະພາບຊີວິດ ໃຫ້ຮູ້ວ່າ: 700 ບົດສົ່ງເຂົ້າຮ່ວມການເສັງຄັ້ງນີ້ ມີເນື້ອໃນອຸສົມສົມບູນ ແລະ ຫຼາຍຮູບຫຼາຍສີ:
“ຜູ້ເຂົ້າຮ່ວມການເສັງໄດ້ເຈືອຈານເຂົ້າກັບສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກພ້ອມກັບບັນດາທ່ານໝໍ, ມີບາງຄົນໄປເຖິງເຂດພູດອຍ ທຸລະກັນດານ, ມີບາງຄົນໄດ້ໄປເຖິງເກາະທ່ວຽນຈາຍຢູ່ເຈື່ອງຊາ, ມີບາງຄົນໄປເຖິງປ້ອມປ້ອງກັນຊາຍແດນຢູ່ທິດຕາເວັນຕົກຂອງປະເທດຊາດ, ສະນັ້ນໄດ້ຄົ້ນພົບບັນດາແບບຢ່າງທີ່ດີເດັ່ນ. ບັນດາທ່ານໝໍຍັງປະສົບກັບຄວາມຫຍຸ້ງຍາດທີ່ສຸດ ແຕ່ສຳລັບເຂົາເຈົ້າແລ້ວ, ການປົວພະຍາດກູ້ເອົາຊີວິດຂອງມະນຸດແມ່ນພັນທະທີ່ສັກກະລະບູຊາ, ເຂົາເຈົ້າໄດ້ອຸດທິດສ່ວນຢ່າງມີຄວາມໝາຍ“.