ສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອຂອງໂຮງໝໍເສນາລັກ 175


ສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອຂອງໂຮງໝໍເສນາລັກ 175 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ໂຮງ​ໝໍ​ເສ​ນາ​ລັກ 175

   
(vovworld)- ຕອນ​ເຊົ້າ​ວັນ​ທີ 23/5, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ໂຮງ​ໝໍ​ເສ​ນາ​ລັກ 175 ທີ່​ຂຶ້ນ​ກັບ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 26/5/1975. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ໂຮງ​ໝໍ​ເສ​ນາ​ລັກ 175,  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ :

  “ ນີ້​ແມ່ນ​ໂຮງ​ໝໍ​ລະ​ດັບ​ສູງ, ດັ່ງ​ນັ້ນ ນີ້​ຕ້ອງ​ແມ່ນ​ແຫ່ງກໍ່​ສ້າງພະ​ນັກ​ງານ​ແພດ​ໝໍ​ໃຫ້​ແກ່​ບັນ​ດາ​ໂຮງ​ໝໍ​ຂອງ​ເຂດທະ​ຫານ, ໂຮງ​ໝໍ​ຂັ້ນ​ແຂວງ… ນີ້​ແມ່ນ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ. ບັນ​ດາ​ໂຮງ​ໝໍ​ທີ່​ມີ​ຄຸນ​ນະ​ພາບ​ປິ່ນ​ປົວ​ສູງ, ຕ້ອງ​ເຮັດ​ໜ້າ​ທີ່ມອບ​ໂອນ​ເຕັກ​ນິກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຖ້າ​ຫາກ​ໄດ້​ຮັບ​ການ​ແນະ​ນຳ, ບຳ​ລຸງ​ສ້າງ, ບັນ​ດາ​ສະ​ຫາຍ​ຈະ​ມີ​ຄວາມ​ກ້າວ​ໜ້າກວ່າ ”

 

ຂ່າວ/ບົດ​ອື່ນ