ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍສູນກາງ ກ່າວຄຳເຫັນທີ່ພິທີ
(ພາບ: ຮົ່ງນີງ//TTXVN)
|
(vovworld) - ຕອນເຊົ້າວັນທີ 3/3, ຢູ່ແຂວງລາວກາຍ ໄດ້ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງລາວກາຍ (5/3/1947 – 5/3/2017). ເຂົ້າຮ່ວມພິທີ ມີທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍສູນກາງ, ທ່ານ ໂດ໋ບ໋າຕິ, ຮອງປະທານສະພາແຫ່ງຊາດພ້ອມກັບຜູ້ຕາງໜ້າຂອງຫຼາຍຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂອງສູນກາງ ແລະ ທ້ອງຖິ່ນ. ກ່າວຄຳເຫັນທີ່ພິທີ, ທ່ານນາງຫົວໜ້າຄະນະໂຄສະນາສຶກສາສູນກາງ ເຈືອງທິມາຍ ໄດ້ຕີລາຄາສູງບັນດາຜົນງານທີ່ທ້ອງຖິ່ນບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ທ່ານນາງ ເຈືອງທິມາຍ ກໍ່ໃສ່ໃຈວ່າ: ແຂວງລາວກາຍ ຕ້ອງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ຍາດແຍ່ງກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສີມຂະຫຍາຍທຸກໆແຫຼ່ງກຳລັງພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.