ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດືກດາມ
ພາບ:baomoi.com
|
(vovworld)- ຕອນບ່າຍວັນທີ 14/5, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີສະເຫລີມສະຫລອງ 20 ປີແຫ່ງວັນສ້າງໂຄງການບຳລຸງສ້າງປະລິຍາໂທຫວຽດນາມ-ແບນຊີກ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດືກດາມ ຕີລາຄາສູງຄຸນນະພາບ ແລະ ອິດທິພົນຊື່ສຽງຂອງໂຄງການດັ່ງກ່າວ. ມາຮອດປະຈຸບັນ ໂຄງການບຳລຸງສ້າງປະລິຍາໂທ ຫວຽດນາມ -ແບນຊີກ ໄດ້ບຳລຸງສ້າງໃຫ້ 2.200 ຄົນບໍ່ພຽງແຕ່ໃນຂົງເຂດທຸລະກິດເທົ່ານັ້ນ ຫາກໃນຫລາຍຂົງເຂດອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຢືນຢັນ ນີ້ແມ່ນການພິສູດໃຫ້ເຫັນສາຍພົວພັນຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ແບນຊີກໃນຫລາຍປີຜ່ານມາ ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ ຈະມີຫລາຍຮູບແບບບຳລຸງສ້າງຄ້າຍຄືໂຄງການດັ່ງກ່າວເພື່ອປະກອບສ່ວນສ້າງຖັນແຖວແຫລ່ງຊັບພະຍາກອນມະນຸດສູງຢູ່ຫວຽດນາມ.