(VOVWORLD) -ພິທີສະເຫລີມສະຫລອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຈັດຂຶ້ນໃນວັນທີ 28 ເມສາ ຢູ່ ນະຄອນ Santiago ນະຄອນຫລວງ ຈີເລ
ສະຖານທູດຫວຽດນາມຢູ່ຈີເລ ຈັດຕັ້ງພິທີສະເຫລີມສະຫລອງ43 ປີແຫ່ງວັນປົດປ່ອຍ ພາກໃຕ້ຫວຽດນາມ |
ໂດຍມີການເຂົ້າຮ່ວມຂອງເພື່ອນມິດ ຈີເລ ແລະ ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຈີເລ ເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ ໄດ້ຍົກໃຫ້ເຫັນຄວາມໝາຍຂອງໄຊຊະນະລະດູບານໃຫມ່ປີ 1975, ນຳປະເທດຊາດຫວຽດນາມ ກ້າວເຂົ້າສູ່ສັງກາດເອກະລາດ, ເອກະພາບ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບັນດາຜົນງານການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຈີເລ ໃນໄລຍະຜ່ານມາ.
ໃນວັນດຽວກັນ, ຢູ່ ນະຄອນຫລວງ ມົດສະກູ, ສະມາຄົມນັກຮົບເກົ່າຫວຽດນາມ ຢູ່ ລັດເຊຍ ກໍ່ໄດ້ຈັດພິທີສະເຫລີມສະຫລອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຂຶ້ນ.