ສະເຫລີມສະຫລອງ45ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ຊູແອດ
ການປະຊຸມຂ່າວສະເຫລີມສະຫລອງ 45 ປີແຫ່ງວັນສ້າງ
ສາຍພົວພັນທາງການທູດ ຫວຽດນາມ - ຊູແອດ
ພາບ:baocongthuong.com.vn
|
(vovworld)- ວັນທີ 20/2, ທີ່ໂຮງແຮມ Sheraton ນະຄອນຫລວງ Stockholm, ສະຖານທູດ ຫວຽດນາມ ປະຈຳ ຊູແອດ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 45 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຊູແອດ. ທີ່ພິທີ, ຕາງຫນ້າໃຫ້ລັດຖະບານ ຊູແອດ, ທ່ານນາງ Ewa Bjorling, ລັດຖະມົນຕີກະຊວງການຄ້າ ແລະ ຮ່ວມມື ເອີລົບເຫນືອ ໄດ້ຍ້ອງຍໍສັນລະເສີນບັນດາຜົນງານແຫ່ງການພັດທະນາເສດຖະກິດສັງຄົມຢູ່ ຫວຽດນາມ ແລະ ຢືນຢັນວ່າ:ສາຍພົວພັນລະຫວ່າງ ຫວຽດນາມ ແລະ ຊູແອດ ພວມພັດທະນາອັນດີງາມ. ທ່ານນາງປາດຖະຫນາຢາກໃຫ້ການເຈລະຈາສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີລົບ(ອີຢູ) ແລະ ຫວຽດນາມ ຈະສິ້ນສຸດຖືກກັບການກຳນົດເວລາໃນທ້າຍປີນີ້ ຊ່ວຍຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າ ລະຫວ່າງຫວຽດນາມ ແລະ ອີຢູ ເວົ້າລວມ, ກັບ ຊູແອດ ເວົ້າສະເພາະ.