ບັນດາຜູ້ແທນເຂົ້າຮ່ວມພິທີ
ພາບ:baomoi.com
|
(vovworld)- ພິທີສະເຫລີມສະຫລອງ 60 ປີ ແຫ່ງວັນສ້າງຕັ້ງ ແລະ ພັດທະນາສະມາຄົມນັກປະພັນວັນນະຄະດີຫວຽດນາມ (1957-2017) ດຳເນີນໃນຕອນເຊົ້າວັນທີ 4/4 ຢູ່ ຮ່າໂນ້ຍ. ນະພິທີ, ບັນດາຜູ້ແທນໄດ້ເຫັນດີຖືວ່າ: ຢູ່ໃນໄລຍະໃດ, ນັກປະພັນວັນນະຄະດີ ກໍແມ່ນຜູ້ສຸດຈິດສຸດໃຈເພື່ອພາລະກິດປະຕິວັດ, ກາຍເປັນນັກຮົບນຳຫນ້າໃນແນວຮົບດ້ານວັດທະນະທຳ. ພິເສດໃນກວ່າ 30 ປີແຫ່ງການປ່ຽນໃຫມ່, ວັນນະຄະດີຫວຽດນາມ ໄດ້ມີບາດກ້າວພັດທະນາກະໂດດຂັ້ນກ່ຽວກັບຫົວເລື່ອງ ແລະ ວິທີການປະດິດແຕ່ງ. ກ່າວຄຳເຫັນນະພິທີ, ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ສະເຫນີວ່າ:
“ສະມາຄົມນັກປະພັນວັນນະຄະດີຫວຽດນາມສືບຕໍ່ກໍ່ສ້າງ ແລະ ພັດທະນານັກປະພັນວັນນະຄະດີ, ນັກກະວີ ຫວຽດນາມໃນໄລຍະໃຫມ່ ມີຄວາມເກັ່ງກ້າສາມາດ, ຍາມໃດກໍ່ຕິດພັນກັບຊີວິດຍຸກປະຈຸບັນ, ສ່ອງແສງ, ວິເຄາະບັນດາບັນຫາຮ້ອນເຮັ່ງໃນສັງຄົມ. ສູ້ຊົນມີຫລາຍບົດປະພັນວັນນະຄະດີສິລະປະມ່ວນ, ມີຊີວິດຊີວາ.”