ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ພິທີ
ພາບ:vov
|
(vovworld)- ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 65 ປີແຫ່ງວັນມູນເຊື້ອຂອງຂະແຫນງກວດກາພັກ ຊື່ງດຳເນີນໄປໃນວັນທີ 16/10 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຍ້ອງຍໍສັນລະເສີນຜົນງານ ແລະ ຄວາມກ້າວຫນ້າຂອງຂະແຫນງກວດກາພັກໃນ 65 ປີຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ:
“ໃນໄລຍະຈະມາເຖິງ, ບັນດາຄະນະພັກ, ອົງການຈັດຕັ້ງພັກ ແລະ ຜູ້ນຳຫນ້າ ຕ້ອງຊີ້ນຳນຳພາເປັນປະຈຳ ແລະ ປະຕິບັດຫນ້າທີ່ກວດກາ, ຕິດຕາມກວດກາ, ມີແຜນການກວດກາ, ຕິດຕາມກວດກາປະຈຳປີ. ສຸມໃສ່ກວດກາ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດຂອງພັກ.”