ບັນດາຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງ
|
(vovworl)- ວັນທີ 27/8, ສະຖານທູດ ຫວຽດນາມປະຈຳ ຝລັ່ງ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 70 ປີແຫ່ງວັນມູນເຊື້ອຕຳຫລວດປະຊາຊົນຫວຽດນາມ. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ເນັ້ນຫນັກວ່າ:
“ໃນບໍ່ວ່າເງື່ອນໄຂ, ສະຖານະການຄືແນວໃດ, ກຳລັງ ຕຳຫລວດປະຊາຊົນຫວຽດນາມ ລ້ວນແຕ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ກ້າຫານ, ມີຫົວຄິດປະດິດສ້າງ, ເຊີດຊູນ້ຳໃຈສຸດຈິດສຸດໃຈກັບວຽກງານ, ຖືຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນເປັນຈຸດໝາຍສູງສຸດເພື່ອສູ້ຊົນ. ໃນຕະຫລອດ 70 ປີຜ່ານມາ, ກຳລັງຕຳຫລວດປະຊາຊົນຫວຽດນາມ ໄດ້ສະຫນິດຕິດພັນກັບປະຊາຊົນ, ຖື ເປັນສຳຄັນ ແລະ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນພາລະກິດປົກປັກຮັກສາຄວາມສະຫງົບປອດໄພຂອງຊາດ.”