ສ້າງຖັນແຖວແພດໝໍໜຸ່ມຫວຽດນາມໃຫ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ


  ສ້າງຖັນແຖວແພດໝໍໜຸ່ມຫວຽດນາມໃຫ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ​ພົບ​ປະ​ກັບ​ສະ​ມາ​ຄົມ​ແພດ​ໝໍ​ໜຸ່ມ​ຫວຽດ​ນາມ​

(vovworld)- ສ້າງ​ຖັນ​ແຖວ​ແພດ​ໝໍ​ໜຸ່ມ​ຫວຽດ​ນາມ​ໃຫ້​ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ​ໄດ້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ ທີ່​ການ​ພົບ​ປະ​ກັບ​ສະ​ມາ​ຄົມ​ແພດ​ໝໍ​ໜຸ່ມ​ຫວຽດ​ນາມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 6/1 ຢູ່​ຮ່າ​ໂນ້ຍ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ ຖັນ​ແຖວ​ແພດ​ໝໍ​ໜຸ່ມ​ຫວຽດ​ນາມ​ຈະມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ຄວາມ​ເຄົາ​ລົບ​ຕົນ​ເອງ ແລະ ເປັນ​ເຈົ້າ​ຕົນ​ເອງ, ທັງ​ນີ້​ກໍ​ເພ​ື່ອ​ສ້າງ​ພື້ນ​ຖານ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ຢ່າງ​ມີ​ວິ​ທະ​ຍາ​ສາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ໜ້າ​ທີ່​ເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ໃນ​ນັ້ນ ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ແມ່ນ​ອາ​ຊີບ​ພິ​ເສດ ແລະ ສູງ​ສົ່ງ​ໃນ​ສ​ັງ​ຄົມ, ແລະ ຫວັງ​ວ່າ​ບັນ​ດາ​ແພດ​ໝໍ​ໜຸ່ມ​ຈະ​ສືບ​ທອດ​ມູນ​ເຊື້ອ​ຂອງ​ຄົນ​ລຸ່ນ​ກ່ອນໆ, ອຸ​ທິດ​ສ່ວນ​ຢ່າງຫຼວງຫຼາຍ​ໃຫ້​ແກ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ.
ຂ່າວ/ບົດ​ອື່ນ