ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ

(VOVWORLD) -   ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດຖືວ່າ: ເພື່ອເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່...
ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ປັບປຸງ ແລະ ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່ຢູ່ ຫວຽດນາມ”.

        ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດຖືວ່າ: ເພື່ອເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່, ຄວນສ້າງໂຄງປະກອບຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ. ລັດຖະບານຄວນສືບຕໍ່ມີການປະຕິຮູບຢ່າງແຮງກ່ວາ, ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່; ຍົກເລີກບັນດານະໂຍບາຍ, ກົນໄກຈຳແນກການປະພຶດ…

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ:

        “ປະຈຸບັນນີ້, ໃນເງື່ອນໄຂທີ່ປະເທດພວກເຮົາມີນັ້ນ, ຄວນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງກຳລັງແກ່ງແຍ້ງ, ສະມັດຕະພາບການອອກແຮງງານ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ດັ່ງນັ້ນ, ພວກເຮົາ ຕ້ອງສ້າງກຳລັງຜະລິດໃໝ່. ຄວນຈາກນະໂຍບາຍຖືຄວາມຕ້ອງການເປັນສຳຄັນໄປສູ່ການຖືການສະໜອງເປັນສຳຄັນ, ສຸມໃສ່ພັດທະນາການຜະລິດດຳເນີນທຸລະກິດ ເຊິ່ງເປັນປັດໄຈສ້າງກຳລັງຊີວິດຂອງພື້ນຖານເສດຖະກິດ, ເພີ່ມສະມັດຕະພາບການອອກແຮງງານ.”

ຕອບກັບ

ຂ່າວ/ບົດ​ອື່ນ