ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຍີ່ປຸ່ນລົງທຶນຢູ່ຫວຽດນາມ
(ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ
ຕ້ອນຮັບຄະນະຜູ້ແທນກຸ່ມບໍລິສັດ ໂຕໂຢຕາ ຍີ່ປຸ່ນ)
(vovworld) - ຕອນບ່າຍວັນທີ 19/05, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຸ່ມບໍລິສັດ ໂຕໂຢຕາ ຍີ່ປຸ່ນ, ໂດຍທ່ານ Fukui Hiroyuki, ຜູ້ອຳນວຍການບໍລິຫານກຸ່ມບໍລິສັດນຳໜ້າ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຕີລາຄາສູງຄູ່ຮ່ວມມືຍີ່ປຸ່ນ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ຍາມໃດກໍສ້າງເງື່ອນໄຂສະດວກ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດຍີ່ປຸ່ນ ມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ຫວຽດນາມ ປາດຖະໜາວ່າ ບັນດານັກລົງທຶນ, ວິສາຫະກິດຍີ່ປຸ່ນ ຈະເພີ່ມທະວີການໜູນຊ່ວຍ, ລົງທຶນເພື່ອແນໃສ່ພັດທະນາຂະແໜງລົດໂອໂຕຢູ່ຫວຽດນາມ, ໃນນັ້ນເອົາໃຈໃສ່ພັດທະນາຜະລິດອຸປະກອນລົດໂອໂຕ, ອຸດສາຫະກຳໜູນຊ່ວຍຂະແໜງຜະລິດລົດໂອໂຕ.
ສ່ວນທ່ານ Fukui Hiroyuki ສະເໜີໃຫ້ລັດຖບະານຫວຽດນາມ ສ້າງ ແລະ ຜັນຂະຫຍາຍນະໂຍບາຍພາສີເປັນປົກກະຕິ ເພື່ອປະກອບສ່ວນສ້າງຕະຫຼາດລົດໂອໂຕ ໃຫ້ພັດທະນາ.