ພາບປະກອບຈາກ Reuters
|
(vovworld) – ວັນທີ 22/1, ບັນດາເຈົ້າໜ້າທີ່ອັນດັບໜຶ່ງຂອງ 21 ປະເທດໄດ້ໂຮມປະຊຸມຢູ່ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ ເພື່ອແນໃສ່ປຶກສາຫາລືບັນດາມາດຕະການຕ້ານຄືນອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ຢູ່ ອີຣັກ ແລະ ຊີຣີ, ພ້ອມທັງແກ້ໄຂບັນດາໄພນາບຂູ່ນັບມື້ນັບເພີ່ມຂຶ້ນຂອງບັນດາພາກສ່ວນທຳສົງຄາມອິດສະລາມ ຢູ່ ເອີລົບ. ນີ້ແມ່ນຄັ້ງທຳອິດທີ່ສຳພັນທະມິດຕ້ານ IS ໂດຍ ອາເມລິກາ ນຳໜ້າ ໂຮມປະຊຸມນັບແຕ່ພາຍຫຼັງການບຸກໂຈມຕີທີ່ນອງເລືອດເຂົ້າສຳນັກງານວາລະສານເຢາະເຢີ້ຍ Charlie Hebdo ຢູ່ ຝຮັ່ງ ແລະ ບັນດາເຫດການຈັບຕົວປະກັນ ຫຼັງຈາກນັ້ນເຮັດໃຫ້ 17 ຄົນເສຍຊີວິດ. ການປະຊຸມຂ່າວຢູ່ ລອນດອນ ໂດຍ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ ແລະ ອາເມລິກາ ເປັນປະທານຮ່ວມດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi ພ້ອມກັບລັດຖະມົນຕີວ່າການ ແລະ ເຈົ້າໜ້າທີ 20 ປະເທດໃນສຳພັນທະມິດສາກົນຕ້ານ IS. ຕາມລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ Philip Hammond ແລ້ວ, ກອງປະຊຸມຄັ້ງນີ້ຈະສຸມໃສ່ປຶກສາຫາລືບັນດາມາດຕະການຝຶກອົບຮົມໃຫ້ບັນດາກຳລັງ ອີຣັກ ແລະ ຍຸດທະສາດກ້ວາງຂວາງກ່ວາເພື່ອຕ້ານລັດທິກໍ່ການຮ້າຍສາກົນ.