ເຕົາປະຕິກອນນິວເຄຼຍຂອງ ສປປ ເກົາຫຼີ
(ພາບ: 38 North)
|
(vovworld) – ສ. ເກົາຫຼີ ແລະ ອາເມລິກາ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ 2 ປະເທດນີ້ຄືນໃຫມ່ໃນການສ້າງລະບົບປ້ອງກັນຕົວລວມຢ່າງໝັ້ນຄົງເຂັ້ມແຂງຕໍ່ບັນດາການກະທຳເກາະຜິດຂອງ ສປປ.ເກົາຫຼີ ໃນການໂອ້ລົມທາງໂທລະສັບເມື່ອວັນທີ 1/2 ກັບຄູ່ຕຳແໜ່ງ ອາເມລິກາ Joseph Dunford, ປະທານສະພາເສນາທິການທະຫານປະສົມ (JCS) ສ. ເກົາຫຼີ Lee Sun – jin ເນັ້ນໜັກຄວາມສຳຄັນຂອງການບັນລຸໄດ້ບັນດາຈຸດໝາຍທີ່ໄດ້ວາງອອກທີ່ການເຈລະຈາຮ່ວມມືດ້ານປ້ອງກັນປະເທດຮ່ວມລະຫວ່າງ 2 ປະເທດຈັດຕັ້ງໃນເດືອນ 12/2016 ຢູ່ ວໍຊິງຕັນ (ປະເທດ ອາເມລິກາ). 2 ຝ່າຍກໍ່ຍອມຮັບຄຳໝັ້ນສັນຍາກ່ຽວກັບເລື່ອງ ອາເມລິກາ ຜັນຂະຫຍາຍບັນດາອາວຸດຍຸດທະສາດ ເຖິງ ສ.ເກົາຫຼີ ເພື່ອແນໃສ່ຮັບມືກັບບັນດາໄພນາບຂູ່ທີ່ເລີ່ມມາຈາກ ສປປ. ກົາຫຼີ ໃຫ້ດີກ່ວາອີກ.