ສ.ເກົາຫຼີ ແລະ ສ.ປ.ປ. ເກົາຫຼີ ຟື້ນຟູສາຍໂທລະສັບດ່ວນຝ່າຍທະຫານ
(ພາບປະກອບ- AP )
|
(vovworld-) ສຳນັກຂ່າວສານ Yonhap ໃຫ້ຂ່າວເມື່ອວັນທີ 5/9 ວ່າ ສ.ເກົາຫຼີ ແລະ ສ.ປ.ປ. ເກົາຫຼີ ໄດ້ເປັນເອກະສັນກັນຟື້ນຟູສາຍໂທລະສັບດ່ວນຝ່າຍທະຫານຢູ່ຝັ່ງທະເລທາງທິດຕາເວັນຕົກ, ຊຶ່ງເປັນການເປີດຊ່ອງທາງໃຫ້ແກ່ການເຊື່ອມຕໍ່ການເຄື່ອນໄຫວຢູ່ເຂດອຸດສາຫະກຳປະສົມ Kaesong . ຕາມນັ້ນແລ້ວ, ສາຍໂທລະສັບດ່ວນຝ່າຍທະຫານທີ່ຖືກຕັດຕອນເມື່ອເດືອນ 3 ແລ້ວນີ້ ໃນສະພາວະທີ່ຄວາມເຄັ່ງຕຶງປີນຂັ້ນໄດໃນແຫຼມເກົາຫຼີ ຈະຖືກເຊື່ອມຕໍ່ຄືນໃໝ່ໃນວັນທີ 6/9. ກ່ອນໜ້ານັ້ນ ຄືວັນທີ 4/9, ສ.ເກົາຫຼີ ແລະ ສ.ປ.ປ. ເກົາຫຼີ ກໍໄດ້ດຳເນີນການປະຊຸມ 2 ຝ່າຍ ລະຫວ່າງ 2 ອະນຸກຳມະການຮັບຜິດຊອບວຽກງານປົກປັກຮັກສາຊັບສິນ, ແກ່ງແຍ້ງສາກົນຂອງເຂດອຸດສາຫະກຳປະສົມ Kaesong. ກະຊວງທ້ອນໂຮມຊາດແຫ່ງ ສ.ເກົາຫຼີ ໃຫ້ຮູ້ວ່າ ໝາກຜົນທີ່ບັນລຸໄດ້ທີ່ບັນດາການເຈລະຈາຂັ້ນອະນຸກຳມະການຈະຖືກສົ່ງເຖິງກອງປະຊຸມຄັ້ງທີ 2 ຄະນະກຳມະການຄຸ້ມຄອງຮ່ວມເຂດອຸດສາຫະກຳປະສົມ Kaesong ທີ່ດຳເນີນໃນວັນທີ 10/9 ທີ່ຈະເຖິງ.